ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ IV
ເວລາອອກຂ່າວ: 2025-12-03 15:48:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 637 | ຄວາມນິຍົມ:



ວັນທີ 1 ທັນວາ 2025 ນີ້, ສະພາປະຊາຊົນ ແຂວງຜົ້ງສາລີ ໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV, ໂດຍການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນ ແຂວງຜົ້ງສາລີ, ມີທ່ານ ພົນຕີ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກ ແຂວງຜົ້ງສາລີ, ມີການນໍາພັກ-ລັດແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ທອງສີ ເສົາສຸລິພົມ ໄດ້ກ່າວໄຂກອງປະຊຸມຢ່າງເປັນການ. ຈາກນັ້ນ, ທ່ານ ຫຸມເພັງ ຈອມວີສານ ຮອງປະທານສະພາປະຊາຊົນແຂວງ ໄດ້ຜ່ານໜັງສືສະເໜີ ຂອງທ່ານເຈົ້າແຂວງ ວ່າດ້ວຍການພິຈາລະນາ ຮັບຮອງເອົາໂຄງປະກອບກົງຈັກ ຂອງຄະນະກໍາມະການປົກຄອງແຂວງ, ພ້ອມທັງປະກອບຄໍາຄິດເຫັນໃສ່ໜັງສືສະເໜີດັ່ງກ່າວ, ຜ່ານບົດສະເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການພິຈາລະນາ ຮັບຮອງເອົາການສະເໜີແຕ່ງຕັ້ງປະທານຄະນະກໍາມະການປົກຄອງແຂວງ, ສະພາປະຊາຊົນແຂວງຜົ້ງສາລີ, ເຫັນດີຮັບຮອງເອົາ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາຄະນະບໍລິຫານງານພັກ ແຂວງຜົ້ງສາລີ ເປັນປະທານຄະນະກໍາມະການປົກຄອງແຂວງ, ຮັບຮອງເອົາ ທ່ານ ປອ ວັນໄຊ ສຸກສັນ ເປັນປະທານອົງການກວດກາລັດຂັ້ນແຂວງ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ. ທ່ານ ສົມຈິດ ຫັບລະກອນ ຮອງປະທານສະພາປະຊາຊົນແຂວງ ໄດ້ຜ່ານໜັງສືສະເໜີ ຂອງທ່ານເຈົ້າແຂວງ ແຂວງຜົ້ງສາລີ ວ່າດ້ວຍການພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ, ຍົກຍ້າຍບຸກຄະລາກອນ ຂອງຄະນະກໍາມະການປົກຄອງແຂວງ ປະກອບມີ 19 ທ່ານ ດັ່ງນີ້: ທ່ານ ອູ່ຄໍາ ຕຸລາພັນ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ພອນໄຊ ອ່ອນສາ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ພົນຈັດຕະວາ ຊຽງເພັງ ບົວລະວົງ ເປັນຫົວໜ້າກອງບັນຊາການທະຫານແຂວງ, ທ່ານ ພົນຈັດຕະວາ ຄໍາຈັນ ແສງລາວົງ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ; ທ່ານ ບຸນຈັນ ໄມ່ຕ່ວນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ປອ ວັນໄຊ ແສນຍອດ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເປັນຫົວໜ້າຫ້ອງວ່າການແຂວງ, ທ່ານ ພອນສຸຈິດ ລິລາວົງ ເປັນຫົວໜ້າພະແນກຍຸຕິທໍາ ແຂວງ, ທ່ານ ຄໍາເພັດ ຈິດປັນຍາ ຫົວໜ້າພະແນກການຕ່າງປະເທດແຂວງ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ອ່ອນຄໍາ ອີນແສງ ເປັນຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ທ່ານ ດຣ ໄຊນຸພາບ ສຸຈັນ ເປັນຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ສຸວັນທອນ ສຸລິໃຈ ຫົວໜ້າຄັງເງິນແຫ່ງຊາດປະຈໍາແຂວງ ເປັນຫົວໜ້າພະແນກການເງິນແຂວງ, ທ່ານ ທອງ ອາລີ ເປັນຫົວໜ້າພະແນກກະສິກໍາ ແລະ ສິິ່ງແວດລ້ອມແຂວງ, ທ່ານ ທະນູຄໍາ ປິດຈະວົງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄປປະຈໍາຢູ່ຄະນະຈັດຕັ້ງແຂວງ, ທ່ານ ຍີນໄຊ ດວງພະຈັນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເປັນຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ບຸນພານິດ ແກ້ວຮຸ່ງ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ດຣ ບຸນສາລີ ຈິດດາພອນ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ຈິດຕະພອນ ເມກດາລາ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສືິ່ສານແຂວງ, ທ່ານ ກອງແກ້ວ ຂັນທະພົມ ເປັນຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ແລະ ທ່ານ ທອງສຸກ ເປົາສຸລີ ເປັນຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ພິຈາລະນາຮັບຮອງເອົາ ການສ້າງຕາແສງຂອງແຂວງຜົ້ງສາລີ (ຈາກ 31 ຕາແສງ ເປັນ 33 ຕາແສງ). ໃນກອງປະຊຸມ ຍັງໄດ້ພິຈາລະນາຮັບຮອງເອົາ ການຍົກຍ້າຍ ທ່ານ ຫຸມເພັງ ຈອມວີສານ ຮອງປະທານສະພາປະຊາຊົນແຂວງ ໄປປະຈໍາຢູ່ອົງການແນວລາວສ້າງຊາດແຂວງ ຕື່ມອີກ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ