ປິດການເຝິກອົບຮົມການນຳໃຊ້ເຄື່ອງສາກໝໍ້ໄຟ ແລະ ຟື້ນຟູໝໍ້ໄຟ ຢູ່ສາງກົນຈັກ 2
ເວລາອອກຂ່າວ: 2025-12-03 15:40:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 500 | ຄວາມນິຍົມ: ![]()
ວັນທີ 29 ພະຈິກ 2025 ນີ້, ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດພິທີ ປິດເຝິກອົບຮົມການນຳໃຊ້ເຄື່ອງສາກໝໍ້ໄຟ ແລະ ຟື້ນຟູໝໍ້ໄຟ ຮ່ວມກັບ ຄະນະຊ່ຽວຊານ ສ ຣັດເຊຍ ຢູ່ສາງກົນຈັກ 2, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຕີ ເດີມີຕີຣ ຄຣາຍຢຽບ ວາລາດີເມຍໂຣວິດ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ປະຈຳຢູ່ລາວ ແລະ ສະຫາຍ ພົນຈັດຕະວາ ດາວວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ, ມີບັນດາກົມ, ຫ້ອງການ, ຄະນະຊ່ຽວຊານ ສ ຣັດເຊຍ, ບັນດາພະແນກການ ຕະຫຼອດຮອດພະນັກງານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເພັງ ອິນທະວົງ ຫົວໜ້າພະແນກສັງລວມ ກົມເຕັກນິກເຫຼົ່າຮົບ ໄດ້ສະຫຼຸບຕີລາຄາການເຝິກອົບຮົມໄລຍະສັ້ນ 15 ວັນ, ໃນໄລຍະເວລາເຝິກອົບຮົມມີທັງຂໍ້ສະດວກ ແລະ ຂໍ້ຍຸ້ງຍາກແຕ່ດ້ວຍການຊີ້ນຳ-ນຳພາຈາກຂັ້ນເທິງເຮັດໃຫ້ການເຝິກອົບຮົມສຳເລັດຕາມແຜນການ, ການເຝິກອົບຮົມມີ ນັກຮຽນທັງໝົດ 25 ສະຫາຍ, ມີນັກຮຽນເສັງໄດ້ຄະແນນດີເດັ່ນກວມເອົາ 50%, ນັກຮຽນເກັ່ງກວມເອົາ 50%, ນັກຮຽນກາງ, ອ່ອນແມ່ນບໍ່ມີ, ໃນພິທີຍັງໄດ້ມອບຂອງຂວັນໃຫ້ກັບນັກຮຽນທີ່ເສັງໄດ້ຄະແນນດີເດັ່ນ ແລະ ໄດ້ຮັບການປະດັບຫຼຽນຈາກຄະນະຊ່ຽວຊານ ສ ຣັດເຊຍ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ດາວວອນ ພົມມະວົງ ແລະ ສະຫາຍ ພົນຕີ ເດີມີຕີຣ ຄຣາຍຢຽບ ວາລາດີເມຍໂຣວິດ ໃຫ້ກຽດຂຶ້ນມອບໃບຢັ້ງຢືນການເຝິກອົບຮົມຄັ້ງນີ້ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສິງ ລືເດດ ສົມບັດ ໄດ້ຮຽກຮ້ອງໃຫ້ນັກເຝິກອົບຮົມທຸກສະຫາຍ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ກຳແໜ້ນທາງດ້ານທິດສະດີ, ລະບຽບຫຼັກການຂັ້ນຕອນຂອງການນຳໃຊ້ເຄື່ອງສາກໝໍ້ໄຟ ແລະ ຟື້ນຟູໝໍ້ໄຟ, ນຳໃຊ້ໃຫ້ຖືກຕ້ອງຕາມຫຼັກການເຕັກນິກເປັນລະບົບຄົບຊຸດ, ພ້ອມທັງນຳເອົາບົດຮຽນທີ່ຮຽນມາ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຕາມແຕ່ລະເງື່ອນໄຂ ແລະ ແຕ່ລະໜ້າວຽກຕົວຈິງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ, ພ້ອມທັງຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານ ລວມໄປເຖິງຮັບປະກັນຄວາມປອດໄພໃຫ້ໄດ້ 100%.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















