ປະກາດການແຕ່ງຕັ້ງໜ້າທີ່ ຢູ່ 2 ກົມກອງ ທີ່ຂຶ້ນກັບ ກອງບັນຊາການທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2025-12-03 15:35:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 433 | ຄວາມນິຍົມ: ![]()
ໃນທ້າຍເດືອນພະຈິກຜ່ານມາ, ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງປະກາດການຈັດຕັ້ງ ຢູ່ກອງພັນທີ 4 ແລະ ກອງພັນທີ 5 ທີ່ຂຶ້ນກັບກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານ-ນັກຮົບພາຍໃນສອງກົມກອງ ເຂົ້າຮ່ວມ.
ໃນພິທີ ພະແນກຈັດຕັ້ງພັກ-ພະນັກງານ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງສະຫວັນນະເຂດ ວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າ ແລະ ຮອງຫົວໜ້າການທະຫານ ກອງພັນທີ 4 ແລະ ກອງພັນທີ 5, ຜ່ານມະຕິຕົກລົງ ຂອງຄະນະພັກກອງບັນຊາການທະຫານແຂວງສະຫວັນນະເຂດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານກອງພັນທີ 4 ແລະ ກອງພັນທີ 5. ໃນນັ້ນ, ແຕ່ງຕັ້ງ ສະຫາຍ ພັນຕີ ຖາວອນ ກິນດາ ເປັນຮອງເລຂາຄະນະພັກຮາກຖານ ທັງເປັນຮັກສາການ ຫົວໜ້າການທະຫານ ກອງພັນທີ 4 ປ່ຽນແທນ ສະຫາຍ ພັນໂທ ສຸຂານ ຈັນທະສີດາ ທີ່ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການເມືອງ ກອງບັນຊາການທະຫານແຂວງ, ສະຫາຍ ຮ້ອຍເອກ ສະເຫຼີມໄຊ ທິບມັງກອນ ເປັນຮັກສາການຮອງຫົວໜ້າການທະຫານ ກອງພັນທີ 4, ສະຫາຍ ພັນຕີ ໝອກສະຫຼາຍ ຍອດງື່ມ ເປັນຄະນະພັກຮາກຖານ ທັງເປັນຮັກສາການຮອງຫົວໜ້າການທະຫານ ກອງພັນທີ 5 ປ່ຽນແທນ ສະຫາຍ ພັນໂທ ສາຍຄຳ ດວງຄຳພູມີ ຮອງຫົວໜ້າການທະຫານກອງພັນທີ 5 ທີ່ພັກການເພື່ອປິ່ນປົວສຸຂະພາບ ແລະ ຍົກຍ້າຍ ສະຫາຍ ພັນຕີ ໄພບູນ ດຳລົງບຸນ ຈາກກອງພັນທີ 5 ໄປປະຈຳການ ຢູ່ກອງບັນຊາການທະຫານເມືອງສອງຄອນ. ຈາກນັ້ນ, ກໍໄດ້ຮັບຟັງຄຳເຫັນໂອ້ລົມ ຈາກສະຫາຍ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ຕື່ມອີກ.
ໂດຍ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















