ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ເປີດງານບຸນນະມັດສະການພຣະທາດອິງຮັງ ເພື່ອສົ່ງເສີມການທ່ອງທ່ຽວ ປະຈຳປີ 2025
ເວລາອອກຂ່າວ: 2025-12-03 15:33:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 392 | ຄວາມນິຍົມ:



ພິທີເປີດງານບຸນ ນະມັດສະການພຣະທາດອິງຮັງ ເພື່ອສົ່ງເສີມການທ່ອງທ່ຽວ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 30 ພະຈິກ 2025 ນີ້, ໂດຍການເຂົ້າຮ່ວມ ຂອງພຣະອາຈານໃຫຍ່, ພຣະເທລາ, ນຸເຖລະ, ພາຍນອກໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເຈົ້າແຂວງ ແຂວງສະຫວັນນະເຂດ ພ້ອມດ້ວຍບັນດາທ່ານ ເຈົ້າແຂວງ, ຮອງເຈົ້າແຂວງ, ຜູ້ຕາງໜ້າຈາກບັນດາແຂວງຕ່າງໆ ພ້ອມດ້ວຍບັນດາທ່ານ ອາດີດການນໍາ, ພະນັກງານປະຕິວັດອາວຸດໂສບໍານານ, ການນໍາຂັ້ນແຂວງ, ເມືອງ, ນະຄອນ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ໃນພິທີ ໄດ້ຮັບຊົມການສະແດງສິລະປະ 4 ລາຍການ, ບົດຟ້ອນ 2 ບົດ ຈາກນັກຮ້ອງ-ນັກສິລະປິນທີ່ມີຊື່ສຽງ ຂອງແຂວງສະຫວັນນະເຂດ. ຈາກນັ້ນ, ກໍໄດ້ຮັບຊົມຂະບວນການສະແດງ ຈາກ 14 ເມືອງ, 1 ນະຄອນ ທີ່ໄດ້ສະແດງເຖິງເອກະລັກ ແລະ ສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງເມືອງ ເພື່ອໃຫ້ມວນຊົນໄດ້ຮັບຮູ້ເຖິງມົນສະເໜ່ຂອງເມືອງຕົນ. ທ່ານ ວາລິຍະ ສີຈັນທອງທິບ ເຈົ້ານະຄອນໄກສອນ ພົມວິຫານ ໄດ້ກ່າວລາຍງານ ການກະກຽມຄວາມພ້ອມ ໃນການຈັດງານ ແລະ ໄດ້ກ່າວປະຫວັດຄວາມເປັນມາ ຂອງພຣະທາດອິງຮັງ ເພື່ອໃຫ້ທຸກຄົນໄດ້ຮັບຊາບ. ຈາກນັ້ນ, ກໍໄດ້ເປີດງານຢ່າງເປັນທາງການໂດຍທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ກ່າວວ່າ: ການຈັດງານບຸນນະມັດສະການພຣະທາດອີງຮັງ ເພື່ອສົ່ງເສີມການທ່ອງທ່ຽວ ປີ 2025 ປີນີ້ ຈັດຂຶ້ນໃນທ່າມກາງບັນຍາກາດ ການສ້າງຂະບວນການ ສະເຫຼີມສະຫຼອງ ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ຈຸດປະສົງຕົ້ນຕໍຂອງການຈັດງານຄັ້ງນີ້ ແມ່ນເພື່ອອະນຸລັກ, ຮັກສາ, ສືບສານ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອ, ຄຸນຄ່າມໍລະດົກອັນດີງາມຂອງຊາດ, ວັດທະນະທໍາ, ຮີດຄອງປະເພນີ, ວິຖີຊີວິດພູມປັນຍາ ທີ່ເປັນເອກະລັກບັນດາເຜົ່າ ຂອງຊາວແຂວງສະຫວັນນະເຂດ, ສົ່ງເສີມການທ່ອງທ່ຽວ ທີ່ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບຈາກການທ່ອງທ່ຽວ ໃຫ້ຊຸມຊົນທ້ອງຖິ່ນ. ສ່ວນເນື້ອໃນສຳຄັນ ທີ່ຈະໄດ້ເຫັນ ແລະ ສໍາພັດໃນງານຄັ້ງນີ້ ແມ່ນເລື່ອງປະຫວັດຄວາມເປັນມາ, ວັດທະນະທໍາຮີດຄອງປະເພນີ, ວິຖີຊີວິດ ແລະ ພູມປັນຍາ ທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ ຊາວແຂວງສະຫວັນນະເຂດ ເວົ້າລວມ, ເວົ້າສະເພາະ ຊາວບ້ານທາດ ເຊິ່ງເປັນສະຖານທີ່ ພຣະພຸດທະເຈົ້າເຄີຍມາແວ່ພັກຮົ່ມຕົ້ນໄມ້ຮັງ ແລະ ສັນນໍ້າສ້າງສັກສິດ ນັບແຕ່ນັ້ນເປັນຕົ້ນມາ ຈຶ່ງໄດ້ສ້າງພຣະທາດອີງຮັງ ເພື່ອສັກກະຣະບູຊາ ຈົນມາຮອດປັດຈຸບັນ. ນອກຈາກນີ້, ໃນງານຍັງໄດ້ມີການສະແດງສິລະປະ-ວັນນະຄະດີ, ບົດຟ້ອນຂັບລໍາ 4 ຈັງຫວະ, ລໍາເລື່ອງ, ເປົ່າແຄນ, ປະລັດຕື້ ແລະ ຄົບງັນ ດ້ວຍວົງດົນຕີຄອນເຊີດ ທີ່ມີຊື່ສຽງ. ບໍ່ພຽງແຕ່ເທົ່ານັ້ນ ໃນງານຍັງມີອາຫານພື້ນເມືອງ ຫຼາກຫຼາຍໃຫ້ທ່ານໄດ້ຊີມລົດຊາດ ພ້ອມກັນນີ້, ກໍມີສິນຄ້າ ແລະ ການບໍລິການປະເພດຕ່າງໆ ຈຳນວນຫຼວງຫຼາຍ ຈາກທັງພາຍໃນ ແລະ ຕ່າງປະເທດ ໄວ້ໃຫ້ທ່ານໄດ້ຊື້ ແລະ ນໍາໃຊ້ບໍລິການ. ໃນພິທີ ຍັງໄດ້ລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກ ແລະ ເປັນສິລິມຸງຄຸນ ໃຫ້ແກ່ການເປີດງານບຸນນະມັດສະການພຣະທາດອິງຮັງ ເພື່ອສົ່ງເສີມການທ່ອງທ່ຽວ ປະຈຳປີ 2025 ຢ່າງເປັນທາງການ ພ້ອມທັງທ່ຽວຊົມບັນດາຫ້າງຮ້ານ ແລະ ເຂົ້າໄຫວ້ພຣະພາດອິງຮັງ ເພື່ອຂໍພອນ ແລະ ເປັນສິລິມຸງຄຸນ ຕື່ມອີກ. ໂດຍ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ