ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ ອວຍພອນວັນຊາດທີ 2 ທັນວາ
ເວລາອອກຂ່າວ: 2025-12-03 15:30:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 388 | ຄວາມນິຍົມ: ![]()
ໃນວັນທີ 2 ທັນວາ 2025 ນີ້, ສະຫາຍ ນາງ ຕ້າ ເຟືອງ ຊູງ ຫົວໜ້າກົງສູນໃຫຍ່ ສສຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ ໄດ້ເຂົ້າອວຍພອນ ກອງພົນທີ 5 ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະ.
ສະຫາຍ ນາງ ຕ້າ ເຟືອງ ຊູງ ໄດ້ສະແດງຄວາມຊົມເຊີຍ ວັນຊາດຂອງ ສປປ ລາວ ຄົບຮອບ 50 ປີ, ເຊິ່ງໄດ້ຜ່ານຂະບວນການແຫ່ງໄຊຊະນະອັນຍິ່ງໃຫຍ່ ຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີທີ່ຜ່ານມາ, ໄດ້ຈາລຶກຜົນງານການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງຊາດ, ສອງພັກ, ສອງລັດ ເວົ້າສະເພາະ ສອງກົມກອງ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ ແລະ ກອງພົນທີ 5. ສະຫາຍ ໄດ້ອວຍພອນສາຍພົວພັນຮ່ວມມືແບບພິເສດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ, ສຸງກວ່າພູ ຍາວກວ່າແມ່ນ້ຳ.
ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ອວຍພອນຂອງສະຫາຍ ນາງ ຕ້າ ເຟືອງ ຊູງ ໃນຄັ້ງນີ້, ໃນຜ່ານມາສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ແມ່ນໄດ້ຮັດແໜ້ນໄມຕີຈິດ ມິດຕະພາບ, ຄວາມສາມັກຄີ ແລະ ໄດ້ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນມາໂດຍຕະຫຼອດ, ໂດຍສະເພາະໃນຂົງເຂດວຽກງານເສດຖະກິດ ແລະ ສັງຄົມ ເຮັດໃຫ້ການຮ່ວມມື ມີຄວາມສະໜິດແໜ້ນ, ເລິກເຊິ່ງ ຮັກສາໄດ້ມິດຕະພາບອັນຍິ່ງໃຫຍ່, ມູນເຊື້ອອັນດີງາມ ແລະ ຄວາມສາມັກຄີແບບພິເສດຂອງ 2 ຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ.
ໂດຍ: ໄຊຍະຄານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















