ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ກອງພົນທີ 3 ທາບທາມ, ປະກອບຄຳເຫັນໃສ່ຮ່າງ ກົດໝາຍ ວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)
ເວລາອອກຂ່າວ: 2025-12-03 15:25:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ວັນທີ 28 ພະຈິກ 2025 ນີ້, ກອງພົນທີ 3 ໄດ້ເປີດກອງປະຊຸມທາບທາມ, ປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3, ມີສະຫາຍພັນເອກ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານກົມໃຫ່ຍການເມືອງກອງທັບ, ມີຄະນະພັກ - ຄະນະບັນຊາກອງພົນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ຄອນສະຫວັນ ຄຳສີນີ ຫົວໜ້າພະແນກກົດໝາຍ ກະຊວງປ້ອງກັນປະເທດ ໄດ້ສະເໜີກ່ຽວກັບຮ່າງກົດໝາຍ ພ້ອມທັງມີຄໍາຖາມເຈາະຈີ້ມຕໍ່ກອງປະຊຸມທາບທາມ, ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ເພື່ອເປັນບ່ອນອີງໃຫ້ແກ່ບັນດາສະຫາຍທີ່ເຂົ້າຮ່ວມໄດ້ ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງມີຈຸດສຸມ, ເຊິ່ງກົດໝາຍດັ່ງກ່າວປະກອບມີ VIII ພາກ, 7 ໝວດ 55 ມາດຕາ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນສະເໜີ ແລະ ຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ຮ່າງກົດໝາຍ ເພື່ອເຮັດໃຫ້ ຮ່າງກົດໝາຍສະບັບດັ່ງກ່າວຮັດກຸ່ມເລິກເຊິ່ງຂຶ້ນກວ່າເກົ່າ. ທັງນີ້ກໍເພື່ອເຮັດໃຫ້ນາຍທະຫານມີຄວາມເຂົ້າໃຈຕໍ່ຂໍ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາກ່ຽວກັບວຽກງານນາຍທະຫານ ເພື່ອເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຕີບໃຫຍ່ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເປັນກຳລັງຫຼັກແຫຼ່ງໃນການກຽມພ້ອມສູ້ຮົບແນໃສ່ເຮັດໃຫ້ປະເທດຊາດມີສະຖຽນລະພາບ, ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ຮັບປະກັນໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ຄວາມໝັ້ນຄົງຂອງຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍ: ຄໍາຜຸຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ