ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກອງ​ພົນ​ທີ 2 ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2025-12-03 09:03:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 635 | ຄວາມນິຍົມ:



ໃນ​ວັນ​ທີ 26 ພະຈິກ 2025 ຜ່ານ​ມາ, ກອງ​ພົນ​ທີ 2 ໄດ້ຈັດ​ພິທີ​ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ​ໃຫ້​ນາຍ​ທະຫານ​ຜູ້​ທີ່​ອອກ​ການ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ຈິດ ແກ້ວ​ໄຊ​ຍະ​ວົງ ຮອງ​ຫົວໜ້າ ຫ້ອງ​ການເມືອງ​ ກອງພົນ​ທີ 2, ມີ​ພະແນກການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ​ຜູ້​ທີ່​ອອກ​ການ​ຮັບ​ເງີນ​ອຸນ​ໜູນ​ເທື່ອ​ດຽວ​ເຂົ້າ​ຮ່ວມ.     ໃນ​ພິທີ ສະຫາຍ ພັນ​ຕີ ອຸ່ນ​ເຮືອນ ໄຊ​ທະລັງ​ສີ ຊ່ວຍ​ວຽກ​ພະ​ແນກພະນັກ ງານ ຫ້ອງ​ການເມືອງ ກອງ​ພົນ​ທີ 2 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງປ້ອງ​ກັນ​ປະ ເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ອອກ​ການ​ຮັບ​ເງີນ​ອຸດ​ໜູນ​ເທື່ອ​ດຽວ ສະບັບ​ເລກ​ທີ 4487 ລົງ​ວັນ​ທີ 23 ເດືອນ 7 ປີ 2025, ອີງ​ຕາມຄຳ​ຮ້ອງ​ຂອງ​ຜູ້ ກ່ຽວ ແລະ ການ​ນຳ​ສະເໜີ​ຈາກ​ກົມ​ກອງ​ພື້ນຖານ ຂໍ​ອອກ​ອຸດ​ໜູນ​ເທື່ອ​ດຽວ ຈຳນວນ 8 ສະຫາຍ. ລວມ​ເງິນ ທັງ​ໝົດ492.285.458 ກີບ . ໂອກາດ​ນີ້ ສະຫາຍ ພັນ​ໂທ ສົມ​ຈິດ ແກ້ວ​ໄຊ​ຍະ​ວົງ ກຳມະການ​ຄະນະ​ພັກ​ກອງ​ພົນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 2 ກໍໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ແລະ ໃຫ້​ທິດ​ຊີ້​ນຳ ຕໍ່​ບັນດາ​ສະຫາຍ​ນາຍ​ທະຫານ​ທີ່​ອອກ​ຮັບ​ເງິນ​ອຸດ​ໝູນ​ເທື່ອ​ດຽວ ໃນ​ຄັ້ງ​ນີ້ເມື່ອ​ກັບ​ຄືນ​ເປັນ​ພົນລະເມືອງ​ດີ​ແລ້ວ​ ຈົ່ງ​ປະກອບສ່ວນ​ໃນ​ການສ້າງສາ​ພັດ ທະນາ​ບ້ານ​ເມືອງ ແລະ ພັດທະນາ​ຄອບຄົວ ເພີ່ມ​ທະວີ​ຄວາມ ສາມັກຄີ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ແລະ ປະຊາຊົນ​ບັນດາເຜົ່າ, ຮັກສາ​ມູນເຊື້ອ​ມູນເຊື້ອ​ອັນ​ດີ​ງານ​ຂອງ​ກອງທັບ ປະຕິບັດ​ຂໍ້​ກຳນົດ​ ກົດ​ລະບຽບ ຂອງ​ບ້ານ​ເມືອງ ເຄົາລົບ​ຮີດຄອງ​ປະເພນີ​ຂອງ​ປະ​ຊົນ​ບັນດາເຜົ່າ ແລະ ໝູນ​ໃຊ້​ເງິີນ​ດັ່ງກ່າວ​ນີ້ ໃນ​ການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຄອບຄົວ​ຂອງ​ຕົນ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ