ກອງພັນໃຫຍ່ 502 ສ້າງຂະບວນການອອກແຮງງານ
ເວລາອອກຂ່າວ: 2025-12-01 09:45:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 597 | ຄວາມນິຍົມ: ![]()
ໃນວັນທີ 18 ພະຈິກ 2025 ນີ້, ກອງພັນໃຫຍ່ 502 ກອງພົນທີ 5 ໄດ້ສ້າງຂະບວນອອກແຮງງານລວມຂອງ ກົມກອງ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ໂດຍການຊີ້ນຳຂອງ ສະຫາຍ
ພັນໂທ ອິນປົນ ເພັດນາວາ ຄະນະປະຈຳພັກຫົວໜ້າພະແນກການເມືອງກອງພັນໃຫຍ່ 502 ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ການສ້າງຂະບວນການໃນ ຄັ້ງນີ້ ແມ່ນໄດ້ຕັດ ແປງດອກໄມ້ແຄມທາງ, ຕັດຫຍ້າຕາມຂອບເຂດເສັ້ນທາງໃນຄ້າຍ, ທາສີປະຕູໂຂງ, ປະດັບປະດາທຸງທິວຕາມ ສາຍທາງ, ປ້າຍປາ ໂນຄຳຂວັນ, ຕາມຂອບເຂດໃນຄ້າຍໃນມີຄວາມເປັນລະບຽບ
ຮຽບຮ້ອຍ ແລະ ຈົບງາມ. ທັງນີ້ກໍເພື່ອເປັນ ການປັບປຸງສະ ຖານທີ່ຄ້າຍຄູຂອງກົມກອງ ໃຫ້ມີຄວາມສະ ອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ ແລະ ເພື່ອເປັນການສ້າງຜົນ ງານ, ສ້າງຂະບວນການຂໍ່ານັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮົບ 105 ປີ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນມໍ່ໆ ນີ້ໃຫ້ມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ.
ໂດຍ: ສົມພອນໄຊ, ພາບ: ຕະວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















