ມອບນ້ຳດື່ມຊຸກຍູ້ອ້າຍນ້ອງປ້ອງກັນ
ເວລາອອກຂ່າວ: 2025-11-28 10:13:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 726 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ກອງພັນໃຫຍ່ 279 ນຳພາໂດຍ ສະຫາຍ ພັນໂທ ອຳໄພ ຄຳວິສອນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 279 ໄດ້ນຳເອົານ້ຳດື່ມຈຳນວນ 50 ແພັກ ມູນຄ່າ 3.600.000 ກີບ ໄປມອບໃຫ້ອ້າຍນ້ອງປ້ອງກັນ ທີ່ກຳລັງປະຕິບັດໜ້າທີ່ປ້ອງກັນເວນຍາມຢູ່ຕາມຈຸດຕ່າງໆ ເພື່ອຮັບປະກັນໃຫ້ແກ່ການສະເຫຼີມສະຫຼອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xll ມີຜົນສຳເລັດ ແລະ ມີຄວາມສະຫງົບປອດໄພ 100%.
ການມອບເຄື່ອງໃນຄັ້ງນີ້ ເປັນການຊຸກຍູ້ພະນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເຮັດໃຫ້ເຂົາເຈົ້າມີກຳລັງແຮງໃຈ ໃນການປະຕິບັດໜ້າທີ່ວຽກງານ, ມີຄວາມອົດຜ່ານຜ່າຂໍ້ຫຍຸ້ງຍາກ ເພື່ອເຮັດສຳເລັດໜ້າທີ່ຕາມການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂອກາດດັ່ງກ່າວ, ສະຫາຍ ຫົວໜ້າຈຸປ້ອງກັນແຕ່ລະຈຸດໄດ້ ສະແດງຄວາມຂອບໃຈມາຍັງ ສະຫາຍຮອງຫົວໜ້າພະແນກການເມືອງ ພ້ອມດ້ວຍສອງອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ຕະຫຼອດຮອດຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 279 ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໃຍ, ພ້ອມໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາເຄື່ອງທີ່ໄດ້ຮັບໃນ ຄັ້ງນີ້ ໄປມອບໃຫ້ອ້າຍນ້ອງຢ່າງທົ່ວເຖິງ.
ໂດຍ: ກິ່ງແກ້ວ ສີສະກຸນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















