ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

​ວພກ ເປີດ​ກອງ​ປະຊຸມ​ສະພາ​ວິທະຍາສາດ​ຂັ້ນ II
ເວລາອອກຂ່າວ: 2025-11-28 10:10:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 745 | ຄວາມນິຍົມ:



ວັນ​ທີ 25 ພະຈິກ 2025 ນີ້, ວິທະຍາຄານ​ພະລາທິການ​ກອງ ທັບ ໄດ້​ຈັດ​ກອງ​ປະຊຸມ​ສະພາ​ວິ ທະຍາສາດ​ຂັ້ນ​ວິທະຍາຄານຜ່ານ​ປື້ມ​ຕຳລາ​ສິດສອນ, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ພັນ​ເອກ ​ປອ ປະ​ໂຍ​ທອນ ແກ້ວ​ວີ​ສິດ ຮອງ​ ອຳນວຍ​ການ ຫົວໜ້າ​ຫ້ອງ​ອົບ ຮົມ​ວິທະຍາຄານ-ຮອງ​ປະທານ​ສະພາ​ວິທະຍາສາດ, ມີ​ບັນດາ​ຄະນະ​ອຳນວຍ​ການ, ສະມາຊິກ​ສະພາ​ວິທະຍາສາດ ແລະ ພະ​ແນກ​ວິຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ເພື່ອ​ປະຕິບັດ​ຕາມ​ຫຼັກສູດ ໂຄງການ​ໃນ​ການ​ຮຽນ-ການ​ສອນ​ປື້ມ​ຕຳລາ​ໃໝ່​ທີ່​ຂັ້ນ​ເທິງ​ ເອົາ​ເຂົ້າ​ນຳ​ໃຊ້​ຢູ່​ໃນ​ບັນດາ​ໂຮງຮຽນ, ບັນດາ​ວິທະຍາຄານ​ຂອງ ​ກອງທັບ​ປະຊາຊົນ​ລາວ ຈຸດປະສົງ​ແມ່ນ​ເພື່ອ​ແນໃສ່​ໃຫ້​ນັກຮຽນ-ນັກ​ສຶກ​ສາ ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ບົດຮຽນ ວິຊາ​ການ​ເງິນ​ກອງທັບ, ຂັ້ນ​ກອງພັນ​ໃຫ​​ຍ່, ກອງ​ພົນ​ໃນ​ປັດຈຸ​ບັນ, ໃນ​ກອງ​ປະຊຸມ​ໄດ້​ຄົ້ນ ຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ, ກົງ​ມາ ແລະ ພ້ອມ​ກັນ​ເຫັນ​ດີ​ເປັນ​ເອກະ​ພາບ ແລະ ໄດ້​ຮັບຮອງ​ເອົາ​ເຂົ້າ​ນຳ​ໃຊ້​ໃນ​ການ​ຮຽນ-ການ​ສອນ​ໃນ​ສົກຮຽນ 2025-2026 ເຊິ່ງ​ປື້ມ​ຕຳລາ​ມີ​ທັງ​ໝົດ 4 ບົດ. ຕອນ​ທ້າຍ​ກອງ​ປະຊຸມ​ສະຫາຍ​ປະທານ​ກໍໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ກ່ອນ​ອື່ນ​ສະຫາຍ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ບັນດາ​ສະຫາຍ ສະມາຊິກ​ສະ ພາ ແລະ ຄະນະ​ຮັບຜິດຊອບ​ທີ່​ໄດ້​ພ້ອມ​ກັນ​ເອົາໃຈໃສ່​ໃນ​ການ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ປື້ມ​ຕຳລາ​ຮຽນ​ວິຊາ ການ​ເງິນ​ກອງທັບ, ກອງພັນ​ໃຫຍ່, ກອງ​ພົນ ເພື່ອ​ພ້ອມ​ກັນ​ເປັນ​ເອກະ​ພາບ ແລະ ຮັບຮອງ​ເອົາ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ຫຼັກ ສູດ​ໂຄງການ​ໃຫ້​ມີ​ຄຸນ​ນະ​ພາບ​ດີ​ຈາກ​ນັ້ນ​ສະຫາຍ​ປະທານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ,ໃຫ້​ຄະນະ​ຊີ້​ນຳ​ບັນດາ​ອົງການ​ທີ່ກຽ່ວ​ຂ້ອງ​ເປັນ​ຜູ້​ຮັບຜິດຊອບ​ນຳ​ໃຊ້​ເຂົ້າ​ໃນ​ການ​ຮຽນ-ການ​ສອນ ຕ້ອງ​ໄດ້​ມີ​ຄວາມ​ຮັບຜິດຊອບ​ສູງ, ຕ້ອງ​ມີ​ວິ​ໃສ​ທັດ, ເອົາໃຈໃສ່​ຄົ້ນ ຄວ້າ​ໃນ​ການ​ຂຶ້ນ​ຫ້ອງ​ສິດສອນ​ຕ້ອງ​ຮູ້​ຄັດ​ຈ້ອນ​ບັນດາ​ເນື້ອ​ໃນ​ໃສ່​ບົດ​ສອນ​ໃຫ້​ສອດຄ່ອງ ແລະ ແທດເໝາະ​ໃນ​ແຕ່​ລະ​ເປົ້າ​ໝາຍ​ໃຫ້​ມີ​ໂລ​ຊິກ​ເປັນຄວາມ​ຮູ້​ອັນ​ໃໝ່​ເພື່ອ​ໃຫ້​ນັກຮຽນ-ນັກ​ສຶກ​ສາ​ໄດ້​ພັດທະນາ​ຕົນ​ເອງ, ພັດທະນາ​ກົມ​ກອງ ແລະ ພັດທະນາ​ປະເທດ​ຊາດ​ໃຫ້​ຮຸ່ງເຮືອງ​ສີວິໄລ. ໂດຍ: ບຸນ​ປອນ ພັນ​ດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ