ກົມໃຫຍ່ການເມືອງກອງທັບ ຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ ປະຈຳປີ 2025
ເວລາອອກຂ່າວ: 2025-11-28 10:07:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 714 | ຄວາມນິຍົມ: ![]()
ໃນວັນທີ 26 ພະຈິກ 2025 ນີ້, ກົມໃຫຍ່ການເມືອງກອງທັບ ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2025 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສຸກສົມບັດ ລັດທະຈັກ ຮອງຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ຕະຫຼອດຮອດ ພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ກ່ອນການຍິງເປົ້າໝາຍດ້ວຍລູກປືນແທ້, ຄະນະຮັບຜິດຊອບພາກສະໜາມ ໄດ້ອະທິບາຍ ກ່ຽວກັບວິທີການຍິງປືນ ແລະ ຜ່ານກົດລະບຽບພາກສະໜາມ. ຈາກນັ້ນ, ໄດ້ຈັດຕັ້ງການຍິງເປົ້າໝາຍຕົວຈິງ ດ້ວຍປືນເຫຼັກຍາວ ແລະ ປືນເຫຼັກສັ້ນ.
ການຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ເປັນການປະຕິບັດຕາມແຜນການອົບຮົມ-ຫັດແອບການທະຫານ, ການເມືອງ, ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ, ກິລາ ແລະ ຍິງເປົ້າໝາຍດ້ວຍລູກປືນ ປະຈຳປີ 2025 ຂອງກົມໃຫຍ່ການ ເມືອງກອງທັບ, ທັງເປັນການກວດກາຄືນດ້ານຄວາມຮັບຮູ້ ຂອງພະນັກງານ-ນັກຮົບພາຍຫຼັງ ທີ່ໄດ້ຮ່ຳຮຽນພາກທິດສະດີຫຼັກ ການໃນໄລຍະຜ່ານມາ ພ້ອມກັນນັ້ນ, ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ພະນັກງານ-ນັກຮົບ ມີຄວາມຊຳນານ, ຄ່ອງແຄ່ວທາງດ້ານສິລະປະຍຸດ-ຍຸດທະວິທີ ຮັບປະກັນການກຽມພ້ອມສູ້ຮົບ ໃນສະເພາະໜ້າ ແລະ ຍາວນານ ໃຫ້ໄດ້ຮັບໝາກຜົນສູງ. ການຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນຈຶ່ງສຳເລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















