ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ປາຖະກະຖາ​ເລົ່າ​ມູນເຊື້ອ 3 ວັນ​ປະຫວັດສາດ
ເວລາອອກຂ່າວ: 2025-11-28 10:04:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 668 | ຄວາມນິຍົມ:



ເພື່ອ​ເປັນ​ການ​ທົບ​ທວນ​ຫວນ​ຄືນ​ມູນເຊື້ອ​ອັນ​ດີງາມ ແລະ ຜົນງານ​ການເຄື່ອນໄຫວ​ຂອງ​ວັນ​ສຳຄັນ, ໃນ​ວັນ​ທີ 20 ພະຈິກ 2025 ນີ້, ກອງ​ບັນຊາການທະ ຫານ​ແຂວງ​ຜົ້ງ​ສາລີ ໄດ້​ຈັດພິທີ​ປາຖະກະຖາ​ເລົ່າ​ມູນເຊື້ອ​ ວັນມະ ຫາ​ປະຕິວັດ​ເດືອນ​ຕຸລາ​ຣັດເຊຍ ຄົບຮອບ 108 ປີ (7/11/1917-7/11/2025) ແລະ ວັນ​ເກີດ​ທ່ານ ຟຣິດ​ຣິກ ອັງ​ແກນ ຄົບຮອບ 205 ປີ ໂດຍ​ການ​ເປັນ​ປະທານ ແລະ ປາຖະກະຖາໂດຍ ສະຫາຍ ພັນ​ເອກ ສົມ​ຈັນ ລອດ​ສຸ​ລີ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ຫົວໜ້າ​ຫ້ອງ​ການເມືອງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຕະຫຼອດ​ຮອດ​ນາຍ ແລະ ພົນທະຫານ ເຂົ້າ​ຮ່ວມ ໂອກາດ​ນີ້, ສະຫາຍ​ປະທານ​ໄດ້​ທົບ​ທວນ​ຫວນ​ຄືນ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັນ​ມະຫາ​ປະຕິວັດ​ເດືອນ​ຕຸລາ​ຣັດເຊຍ ແລະ ວັນ​ເກີດ​ຂອງ ທ່ານ ຟຣິດ​ຣິກ ອັງ​ແກນ ກ່ອນ​ໜ້າ​ນີ້​ຫຼາຍ​ສິບ​ປີ ຄື: ວັນ​ທີ 7 ພະຈິກ 1917, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ໂບນ​ເຊວິກ​ທີ່​ມີ ທ່ານ ເລ​ນິນ ເປັນ​ຜູ້ນຳ​ພາ​ຊົນ​ຊັ້ນ​ກຳມະກອນ ແລະ ຊາວ​ຜູ້​ອອກແຮງ​ງານ​ຣັດເຊຍ​ໄດ້​ລຸກຂຶ້ນ​ຢຶດ​ອຳນາດ ແລະ ສ້າງຕັ້ງ​ລັດ ສ ຣັດ​ເຊຍ (ໂຊ​ວຽດ), ການ​ປະຕິວັດ​ເດືອນ​ຕຸລາ ສ ຣັດ​ເຊຍ ປີ 1917 ບໍ່​ແມ່ນ​ເຫດການ​ທີ່​ເກີດ​ຂຶ້ນ​ແບບ​ບັງເອີນ ແຕ່​ແມ່ນ​ກົດເກນ​ທີ່​ຕ້ອງ​ເປັນ​ໄປ​ຂອງ​ສັງຄົມ​ມະນຸດ, ຍ້ອນ​ວ່າ ສ ຣັດ​ເຊຍ ໃນ​ຊຸມ​ປີ​ຕົ້ນ​ ຂອງ​ສະຕະວັດ​ທີ 20 ເປັນປະເທດ​ທຶນ​ນິຍົມ​ທີ່​ຂະຫຍາຍຕົວຊ້າ, ຫຼ້າຫຼັງ ແຕ່​ຊົນ​ຊັ້ນ​ນາຍທຶນ​ຊ້ຳພັດ​ກົດ​ຂີ່​ຂູດ​ຮີດ​ກຳມະກອນ ແລະ ປະຊາຊົນ​ຜູ້​ອອກແຮງ​ງານ​ຢ່າງ​ໜັກໜ່ວງ, ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທຸກ​ຍາກ​ລຳ ບາກ​ບວກ​ກັບ​ສະພາບ​ສົງຄາມ​ໂລກ​ຄັ້ງ​ທີ I (1914-1917) ຍິ່ງ​ເຮັດ​ໃຫ້ ສ ຣັດ​ເຊຍ ຕົກ​ເຂົ້າ​ສູ່​ສະພາບ​ວິ​ກິດ​ການ​ຢ່າງ​ຮ້າຍ​ແຮງ, ໃນ​ດ້ານ​ອື່ນ ທ່ານ ເລນິນ ແລະ ທ່ານ ພັກ ໂບນ​ເຊວິກ ກໍ​ໄດ້​ສຶກ​ສາ​ອົບຮົມ​ປຸກລະດົມ, ຊົນ​ຊັ້ນ​ກຳມະກອນ, ປະຊາຊົນ​ຊາວ​ຜູ້​ອອກແຮງ​ງານ ແລະ ກອງທະຫານ​ລຸກ​ຮື​ຂຶ້ນ ​ເຮັດ​ການ​ປະຕິວັດ, ການ​ປະຕິວັດ​ເດືອນ​ຕຸລາ ສ ຣັດ​ເຊຍ ຫາ​ກໍ​ສຳ ເລັດ, ພວກ​ນາຍທຶນ​ປະຕິ​ການ​ພາຍ​ໃນ​ປະເທດ​ສົມຮູ້​ຮ່ວມ​ຄິດ​ກັບ 14 ປະເທດ​ນາຍທຶນ​ໄດ້​ບຸກ​ໂຈມ​ຕີ ສ ຣັດ​ເຊຍ (ໂຊ​ວຽດ) ທີ່​ໜຸ່ມ​ນ້ອຍ​ແຕ່ ປີ 1918-1922 ຫວັງ​ບີບຄັ້ນ​ໂຊ​ວຽດ​ທີ່ “ນອນ​ຢູ່​ໃນ​ອູ່“ ໃຫ້​ຕາຍ​ແຕ່​ຫົວທີ, ແຕ່ ທ່ານ ເລ​ນິນ ແລະ ທ່ານ ພັກ ໂບນ​ເຊວິກ ໄດ້​ນຳພາ​ປະຊາຊົນ​ຕໍ່ສູ້​ຕ້ານ​ສັດຕູ ແລະ ໄດ້​ຮັບ​ໄຊຊະນະ​ຢ່າງ​ຂາດ​ຕົວ ແລະ ສາມາດ​ປົກ​ປັກ​ຮັກສາ​ອຳນາດ​ໂຊ​ວຽດ​ໄວ້​ໄດ້, ຊີວິດ ແລະ ການເຄື່ອນໄຫວ​ຂອງ​ອັງ​ແກນ, ທ່ານ ຟຣິດ​ຮິກ (ຝ.ອັງ​ແກນ) ເກີດເມື່ອ​ວັນ​ທີ 28/11/1820, ທີ່​ເມືອງ​ບັກແນມ ຂຶ້ນ​ກັບ​ເທດສະບານ​ວຸບ​ເປີ​ຕານ, ແຂວງ​ເຣນ ປະເທດ​ເຢຍ​ລະ​ມັນ, ປີ 1829 ໄດ້​ເລີ່ມ​ເຂົ້າ​ຮຽນ​ທີ່​ໂຮງຮຽນ​ປະຖົມ ແລະ ຮຽນ​ມັດ ທະຍົມ​ກິນນອນ​ຢູ່​ອັງ​ເຟີ​ແຟນ​ເດີ​ເປັນ​ໂຮງຮຽນ​ສາສະໜາ​ທີ່​ເປີດ​ກວ້​​າງ​ທາງ​ສະຕິ​ປັນຍາ, ເພີ່ນ​ໄດ້​ຮຽນ​ຫຼາຍ​ວິຊາ​ພື້ນຖານ​ຄື: ພາສາ​ເຢຍ​ລະ​ມັນ, ເຮ​ບາ​ຣີ, ລາ​ຕີນ, ເກຣັກ, ຝຣັ່ງ, ວິຊາ​ສາດສະໜາ, ປະຫວັດສາດ, ພູມ​ສາດ, ເລກ, ຟີ​ຊິກ, ແຕ້ມ​ຮູບ, ດົນຕີ, ປັດ​ຊະ​ຍາ ແລະ​ອື່ນໆ, ຝ.ອັງ​ແກນ ເປັນ​ຄົນ​ດຸໝັ່ນ​ຂະຫຍັນ​ຮຽນ ແລະ ມັກ​ຫຼິ້ນ​ກິລາ ໂດຍ​ສະເພາະ​ແມ່ນ​ກິລາ​ຂີ່​ມ້າ, ເພີ່ນ​ມັກ​ໄປ​ຊອກ​ຮູ້​ຮໍ່າຮຽນທັງເຫັນໄດ້ ຄວາມທຸກ​ຍາກ​ລຳບາກ​ຂອງ​ຊາວ​ຜູ້​ອອກແຮງ​ງານ​ເປັນຕົ້ນ​ເດັກນ້ອຍ​ຜູ້​ທຸກ​ຍາກ​ທົ່ວ​ໄປ, ບາດກ້າວ​ທຳ​ອິດ​ທີ່​ເລີ່ມ​ຄົ້ນ​ຄວ້​​າ ແລະ ເຂົ້າ​ຮ່ວມ​ການ​ປະຕິວັດ​ແມ່ນ ປີ 1839, ເພີ່ນ​ໄດ້​ຂຽນ​ບົດ​ລົງ​ໜ້າ​ໜັງສືພິມ​ທີ່​ພາກ​ຫົວ​ເລື່ອງ​ວ່າ: “ຈົດໝາຍ​ຈາກ​ກຸບ​ເປີ​ຕານ“ ເຊິ່ງ​ເນື້ອ​ໃນ​ເວົ້າ​ເຖິງ​ຄວາມທຸກ​ຍາກ​ຂາດເຂີນ​ຂອງ​ກຳມະກອນ​ທີ່​ແຕກ​ຕ່າງ​ຈາກ​ຊີວິດ​ການ​ເປັນ​ຢູ່​ທີ່​ອຸດົມສົມບູນ​ຂອງ​ເຈົ້າ​ຂອງ​ໂຮງງານ ແລະ ພໍ່​ຄ້າ​ຊາວ​ຂາຍ, ຝ.ອັງ​ແກນ ເປັນ​ຄົນ​ກຳເນີດ​ໃນ​ຕະກຸນ​ໃຫຍ່​ທີ່​ມີ​ທີ່​ດິນ ແລະ ໂຮງງານ​ຫຼາຍ, ເປັນຄວາມ​ຫວັງ​ຂອງ​ພໍ່​ທີ່​ຢາກ​ໃຫ້​ເປັນ​ພໍ່ຄ້າ​ທີ່​ເກັ່ງ, ສະນັ້ນ​ເພີ່ນ​ຈຶ່ງ​ເລືອກ​ທັງ​ສອງ​ຢ່າງ​ຄື: ເຮັດ​ວຽກ​ໃຫ້​ຄອບຄົວ (ຢູ່​ໂຮງງານ) ສ່ວນ​ໜຶ່ງ ແຕ່​ສ່ວນ​ຫຼາຍ​ເພີ່ນ​ໄດ້​ທຸ່ມ​ເທ​ໃຫ້​ແກ່​ວຽກ​ງານ​ການ​ປະຕິວັດ​ເພີ່ນ​ເປັນ​ນັກ​ປະຕິວັດ​ທີ່​ກ້າຫານ, ອົດທົນ, ໜ່ຽວ​ແໜ້ນ. ຕະຫຼອດ​ຊີວິດ​ເພີ່ນ​ໄດ້​ອຸທິດ​ເຫື່ອແຮງ ແລະ ສະຕິ​ປັນຍາ​ຂອງ​ເພີ່ນ​ເພື່ອ​ພາລະກິດ​ປະຕິວັດ ພາລະກິດ​ປົດ​ປ່ອຍ​ຊົນ​ຊັ້ນ​ກຳມະກອນ ແລະ ຊາວ​ຜູ້​ອອກແຮງ​ງານ​ໃຫ້​ຫຼຸດ​ຜົ້ນ​ອອກ​ຈາກ​ແອກ​ກົດ​ຂີ່​ຂູດ​ຮີດ, ເຮັດ​ໃຫ້​ເຂົາເຈົ້າ​ມີ​ຊີວິດ​ສົດໃສ, ມີ​ອິດ​ສະລະ​ພາບ ແລະ ສະເໝີພາບ​ຢ່າງ​ແທ້​ຈິງ. ຈຸດປະສົງ​ໃນ​ການ​ປາຖະກະຖາ​ວັນ​ສຳຄັນ​ດັ່ງກ່າວ ເພື່ອ​ເຮັດ​ໃຫ້​ນາຍ ແລະ ພົນທະຫານ​ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ຕໍ່​ບັນດາ​ຜົນງານ​ການເຄື່ອນໄຫວ ແລະ ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ວັນ​ມະ ຫາ​ປະຕິວັດ​ເດືອນ​ຕຸລາ ສ ຣັດ​ເຊຍ ແລະ ວັນ​ເກີດ ທ່ານ ຟຣິດ​ຣິກ ອັງ​ແກນ ແລະ ເພື່ອ​ເປັນ​ການ​ຖອດ​ຖອນ ແລະ ຮໍ່າຮຽນ​ເອົາ​ບົດຮຽນ​ອັນ​ລໍ້າ​ຄ່າ​ດັ່ງກ່າວ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຂັ້ນ​ເທິງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. ໂດຍ: ນາງ ສຸ​ນາລີ ອຸ່ນ​ວີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ