ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ມອບ​ເຄື່ອງ​ບໍລິໂພກ​ຊຸກຍູ້ ໃຫ້​ກ້ອນ​ກຳລັງ​ສວນສະໜາມ ກອງພັນ​ໃຫຍ່ 605
ເວລາອອກຂ່າວ: 2025-11-28 10:01:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 713 | ຄວາມນິຍົມ:



ໃນ​ວັນ​ທີ 25 ພະຈິກ 2025 ນີ້, ທ່ານ ນາງ ໝີ ອຸດ​ທະ​ພອນ ຫົວໜ້າ​ພະ​ແນກ​ກົງຈັກ​ການຈັດຕັ້ງ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມ​ຄະນະ ໄດ້​ນຳ​ເອົາ​ເຄື່ອງ​ບໍລິໂພກ​ມາ​ຊຸກຍູ້ ໃຫ້​ກ້ອນ​ກຳລັງ​ສວນສະໜາມ ກອງພັນ​ໃຫຍ່ 605 ກໍ​ຄື​ກ້ອນ​ກຳລັງ​ສວນສະໜາມ​ຂອງ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ທີ່​ພວມ​ຫັດ​ແອບ​ເຝິກຊ້ອມ​ສວນ ສະໜາມ ສະເຫຼີມສະຫຼອງ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ, ໂດຍ​ຕາງໜ້າ​ກ່າວ​ຮັບ​ຂອງ ສະຫາຍ ພັກ​ເອກ ໄມ​ສີ ມາ​ວັນ​ດີ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 605 ພ້ອມ​ຄະນະ. ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້, ປະກອບ​ມີ: ເຂົ້າ​ກ່ອງ, ໝີ່, ເຄື່ອງ​ດື່ມ​ຊູ​ກຳລັງ ແລະ ກະຕ່າ​ຂອງ ຂວັນ ລວມ​ມູນ​ຄ່າ 6.000.000 ກີບ, ຈຸດປະສົງ​ເພື່ອ​ເປັນ​ການ​ປະ ກອບສ່ວນ​ຊຸກຍູ້ ແລະ ໃຫ້​ກຳລັງ​ ໃຈ​ພະນັກງານ-ນັກຮົບ ໃນ​ກ້ອນ​ ກຳລັງ​ສວນສະໜາມ ສະເຫຼີມສະຫຼອງວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ ໃຫ້​ມີ​ຄວາມ​ກະ​ຕື​ລື​ລົ້ນ, ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ຕະຫຼອດ​ໄລຍະ​ການ​ຫັດ​ແອບ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ເດີນ​ສວນສະໜາມ ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ, ຄ່ອງ​ແຄ້ວ, ງົດ​ງາມ ແລະ ໄດ້​ຮັບ​ໝາກຜົນ​ສູງ. ໂອກາດ​ນີ້ ສະຫາຍ ພັກ​ເອກ ໄມ​ສີ ມາ​ວັນ​ດີ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ກໍ​ຄື​ກ້ອນ​ສວນສະໜາມ​ຂອງ​ກອງພັນ​ໃຫຍ່ 605 ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ຄະນະ​ດັ່ງກ່າວ ທີ່​ເຫັນ​ໄດ້​ເຖິງ​ຄວາມ​ໝາຍ​ຄວາມ​ສຳຄັນ ຂອງ​ວຽກ​ງານ​ຫັດ​ແອບ​ເຝິກຊ້ອມ​ສວນສະໜາມ ສະເຫຼີມສະຫຼອງ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ, ພ້ອມ​ດຽວ​ກັນ​ນີ້, ທ່ານ ນາງ ໝີ ອຸດ​ທະ​ພອນ ໄດ້​ຕາງໜ້າ​ຄະນະ ມີ​ຄຳ​ເຫັນ ແລະ ອວຍພອນ​ໄຊ​ອັນ​ປະເສີດໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ຮັບຜິດຊອບ​ພາກ​ສະໜາມ, ຄະນະ​ຮັບຜິດຊອບ​ກ້ອນ​ສວນສະໜາມ ແລະ ອ້າຍ​ນ້ອງ​ກຳລັງ​ກ້ອນ​ສວນສະໜາມ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ສືບຕໍ່​ຍົກ​ສູງ​ຄວາມ​ຮັບຜິດ ຊອບ​ການເມືອງ, ປະກອບ ສ່ວນ​ສະເຫຼີມສະຫຼອງ ວັນ​ສຳຄັນ​ຂອງ​ຊາດ​ໃນ​ຄັ້ງ​ນີ້ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ການຈັດຕັ້ງ​ມອບ​ໝາຍ​ໃຫ້. ໂດຍ: ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ