ມອບເຄື່ອງຊຸກຍູ້ ກ້ອນສວນສະໜາມ ກອງພັນໃຫຍ່ 11
ເວລາອອກຂ່າວ: 2025-11-27 08:58:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 667 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ບໍລິສັດ ແອວບີວາຍ ບໍລິການກົດໝາຍຄົບວົງຈອນ ຈຳກັດ ໄດ້ມອບເຄື່ອງ ຊຸກຍູ້ກ້ອນສວນສະໜາມ ກອງພັນໃຫຍ່ 11, ເຄື່ອງທີ່ນຳມາມອບ ປະກອບມີ ນຳດື່ມ 100 ແພັກ, ສະຕິງ 6 ແພັກ, M 150 ຈຳນວນ 2 ແກັດ, ເປບຊີ 3 ແພັກ ແລະ ເຂົ້າໜົມ 1 ແກັດ ລວມມູນຄ່າທັງໝົດ 6.084.000. ກ່າວຮັບໂດຍ ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າການເມືອງກອງພັນໃຫຍ່ 11 ພ້ອມດ້ວຍຄະ ນະ.
ການມອບເຄື່ອງຄັ້ງນີ້ ກໍເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ໃນ ກ້ອນກຳລັງສວນສະໜາມກອງ ພັນໃຫຍ່ 11 ທີ່ພວມຫັດແອບເຝິກຊ້ອມ ເພື່ອກະກຽມເຂົ້າຮ່ວມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງພັນໃຫຍ່ 11 ຄົບ ຮອບ 50 ປີ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີຄວາມໝາຍສຳຄັນເລິກເຊິ່ງ. ໃນວັນດຽວກັນ, ພະແນກພະລາ ທິການ ກອງພັນໃຫຍ່ 11 ກໍໄດ້ ມອບນ້ຳດື່ມ 12 ແພັກ ແລະ ໝີ່ 6 ແກັດ ລວມມູນຄ່າທັງໝົດ 1.080.000 ກີບ ໃຫ້ກ້ອນກຳລັງສວນສະໜາມກອງພັນໃຫຍ່ 11 ຕື່ມອີກ.
ໂດຍ: ອິນກອງ ສຸໄຊຍະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















