ຊຸກຍູ້ໃຫ້ກໍາລັງໃຈອ້າຍນ້ອງທະຫານຊາຍແດນ
ເວລາອອກຂ່າວ: 2025-11-12 11:20:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 450 | ຄວາມນິຍົມ: ![]()
ທ້າຍເດືອນ ຕຸລາ ນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ພ້ອມຄະນະ ໄດ້ເຄື່ອນໄຫວ ພົບປະໂອ້ລົມ ແລະ ຊຸກຍູ້ວຽກງານແນວຄິດ ຢູ່ກອງຮ້ອຍທະຫານຊາຍແດນ ທີ່ຂຶ້ນກັບກອງ ບັນຊາການທະຫານແຂວງຈຳປາສັກ ໃນນັ້ນ, ມີກອງຮ້ອຍທະຫານຊາຍແດນ 529, 528, 525, 520 ແລະ ກອງພັນ 28.
ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ເນັ້ນໃຫ້ພະນັກງານ-ນັກຮົບທະຫານຊາຍແດນແຕ່ລະກົມກອງທີ່ກໍາລັງປະຕິບັດໜ້າທີ່ ຂອງຕົນ ໃຫ້ຍົກສູງວຽກງານ ການເມືອງ-ແນວຄິດເປັນສໍາຄັນ ຕິດພັນກັບວຽກງານເພີ່ມທະວີກຽມພ້ອມສູ້ຮົບເພື່ອຮັບປະກັນ ເຮັດໃຫ້ຂອບເຂດບໍລິເວນຊາຍແດນມີຄວາມສະຫງົບ ໂດຍພື້ນຖານ.
ໃນໂອກາດ ລົງເຄື່ອນ ໄຫວຊຸກຍູ້ໃຫ້ກໍາລັງໃຈອ້າຍ ນ້ອງທະຫານຊາຍແດນ ໃນຄັ້ງນີ້ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ພ້ອມດ້ວຍຄະນະ ຍັງໄດ້ມອບ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກໍາ ລັງທະຫານຊາຍແດນ ເຊິ່ງປະ ກອບມີ ໝີ່ສໍາເລັດຮູບຈຳນວນ 6 ແກັດ, ກະເຟ ຈຳນວນ 12 ຖົງ, ປາກະປ໋ອງ ຈຳນວນ 6 ແພັກ, ແປ້ງນົວ-ນໍ້າປາ-ນໍ້າຕານ ຢ່າງລະ 12 ຖົງ, ຢາສູບ ຈຳນວນ 6 ຕຸດ, ແຈ່ວຈຳນວນ 10 ກ່ອງ, ຊາຕົ້ມນໍ້າ 6 ຖົງ ແລະ ເກີບ ແຕະ ຈຳນວນ 100 ຄູ່ ລວມມູນ ຄ່າທັງໝົດ 7.952.000 ກີບ.
ໂດຍ: ອິນປອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















