ການນຳ ນະຄອນຫຼວງວຽງຈັນ ຮ່ວມພິທີວຽນທຽນ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ
ເວລາອອກຂ່າວ: 2025-11-06 12:10:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1068 | ຄວາມນິຍົມ: ![]()
ບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ແມ່ນໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ມີຫຼາຍກິດຈະກໍາ ໂດຍສະເພາະກິດຈະກໍາທາງດ້ານສາສະໜາ ທີ່ປະຕິບັດກັນມາຢ່າງຍາວນານ, ອີກກິດຈະກໍາໜຶ່ງທີ່ຂາດບໍ່ໄດ້ໃນມື້ປິດທ້າຍຂອງງານ ວັນທີ 5 ພະຈິກ 2025 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 12 ປີ ພສ 2568 ກໍຄື ການວຽນທຽນ ກາບໄຫວ້ບູຊາອົງພຣະທາດ.
ພິທີວຽນທຽນໃນງານບຸນນະມັດສະການພະທາດຫຼວງວຽງຈັນ ແມ່ນເປັນພິທີທາງດ້ານສາສະໜາ ທີ່ເປັນປະເພນີອັນດີງາມຂອງຊາດລາວ ເວົ້າສະເພາະ ກໍຄື ຊາວນະຄອນຫຼວງວຽງຈັນ ທີ່ໄດ້ສືບທອດກັນມາແຕ່ຍາວນານ ເພື່ອເປັນການເຄົາລົບບູຊາຕໍ່ພະລັດຕະນະໄຕ ກໍຄື ຕໍ່ພຣະພຸດ ພຣະທັມ ພຣະສົງ ພ້ອມທັງ ເປັນການເຂົ້າລົບບູຊາຂອງອົງພຣະທາດ ທີ່ເປັນປູສະນິສະຖານທີ່ສໍາຄັນຂອງປະເທດລາວເຮົາ ກໍຄື ຊາວນະຄອນຫຼວງວຽງຈັນ ເພື່ອເປັນສິຣິມຸງຄຸນຕໍ່ຕົນເອງ, ຄອບຄົວ ແລະ ປະເທດຊາດບ້ານເມືອງ ການວຽນທຽນຈະໄດ້ວຽນອ້ອມຮອບດ້ານໃນເດີນກົມມະລຽນພະທາດຫຼວງ 3 ຮອບ.
ເຊິ່ງເຂົ້າຮ່ວມໃນພິທີວຽນທຽນ ປີນີ້ ນຳພາໂດຍ ປະທານອົງການພຸດທະສາສະໜາ ສຳພັນແຫ່ງ ສປປລາວ ພ້ອມດ້ວຍພະສົງ, ສ່ວນການນຳພັກ-ລັດ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີລັດຖະມົນຕີ, ຮອງລັດຖະມົນ, ການນໍາຂັ້ນເມືອງ, ຫ້ອງການ, ພະສົງ ພ້ອມດ້ວຍມວນຊົນລາວ ກໍຄື ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຄຶກຄື້ນ.
ອະວິໄຊ ແລະ ສຸກສົງການ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















