ສຸມໃສ່ສ້າງໂຮງໝໍສູນກາງ 103 ກອງທັບ ໃຫ້ມີຄວາມທັນສະໄໝ
ເວລາອອກຂ່າວ: 2025-11-06 09:08:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ: ![]()
ໂຮງໝໍສູນກາງ 103 ກອງທັບເປັນໂຮງໝໍ ຂັ້ນສຸດທ້າຍຂອງກອງທັບ ແລະ ເປັນໜຶ່ງໃນ ບັນດາໂຮງໝໍຂັ້ນສູນກາງ ຂອງ ສປປລາວ. ໃນໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການ ໄດ້ສຸມໃສ່ສ້າງໂຮງໝໍ ໃຫ້ມີຄວາມທັນສະໃໝ, ມີຄວາມສະ ອາດ, ເປັນໂຮງໝໍ 5 ດີ 1 ພໍ ໃຈ ແລະ ເອົາໃຈໃສ່ພັດທະນາເຕັກ ນິກທີ່ກ້າວໜ້າ ເພື່ອຍົກສູງຄຸນນະພາບໃນການບົ່ງມະຕິ ແລະ ປີ່ນປົວ ໃຫ້ດີຂຶ້ນຕາມລຳດັບ ຄື: ພັດທະນາເຕັກນິກການບົ່ງມະຕິ ແລະ ແກ້ໃຂບັນຫາເສັ້ນເລືອດສະໝອງ, ເສັ້ນເລືອດຫົວໃຈ, ຕີບຕັນ, ການບົ່ງມະຕິ ແລະ ປິ່ນປົວພະຍາດມະເຮັງ, ປູກຖ່າຍອະໄວຍະວະສຳຄັນ ຂອງຮ່າງກ່າຍຄົນ, ສ້າງຄວາມເຂັ້ມແຂງຮອບດ້ານ ໃນການຕອບໂຕ້ ແລະ ສ້າງການຮັບມືກັບພະຍາດລະບາດທີ່ຮ້າຍແຮງໃນອະນາຄົດ.
ສະຫາຍ ພົນຈັດຕະວາ ຮສ ປອ ສະແຫວງໄຊ ລາດາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ ໃຫ້ສຳພາດວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການ ໂຮງໝໍສູນກາງ 103 ກອງທັບ ສຸມໃສ່ເຮັດໜ້າທີ່ວຽກງານການປີ່ນປົວ ແມ່ນໜ້າທີ່ໃຈກາງ ຂອງໂຮງໝໍ ແລະ ກົມກອງ ໄດ້ຖືເປັນບັນຫາສຳຄັນ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສຳເລັດ, ສາ ມາດເຮັດສຳເລັດໃນການກວດ ພະຍາດ, ແກ້ໄຂສຸກເສີນ, ບົວ ລະບັດເບິ່ງແຍງຄົນເຈັບໜັກ, ການເຊີດຊູ, ການຜ່າຕັດ, ການພັດທະນາເຕັກນິກ. ໃນນັ້ນ ບັນດາວຽກງານວິຊາສະເພາະພົ້ນເດັ່ນໃນປີຜ່ານມາ ແມ່ນສາມາດຜ່າ ຕັດແກ້ໄຂບາດແຜປອດ, ການຜ່າ ຕັດສະໝອງ, ການຜ່າຕັດເສົາ ສັນຫຼັງ, ການຜ່າຕັດຜ່ານກ້ອງຊ່ອງ, ການແກ້ໄຂສຸກເສີນເສັ້ນ ເລືອດຫົວໃຈຕີບຕັນ ດ້ວຍການໃຊ້ບອນລຸນຍະ ແລະ ການໃສ່ສະແຕນ, ການປິ່ນປົວກ້ອນເບົ້າຄໍໜຽງດ້ວຍການຈູດຄື້ນແຮງສູງ, ການແກ້ໄຂກ້ອນເລືອດກ້າມໃນ ເສັ້ນເລືອດສະໝອງໂດຍໃຊ້ຢາສະຫຼາຍ ແລະ ກໍລະນີອື່ນໆ, ເຊິ່ງໃນ 10 ເດືອນ ຜ່ານມາ ສາ ມາດກວດພະຍາດໃຫ້ຄົນເຈັບທັງໝົດ 102.902 ເທື່ອຄົນ, ແກ້ໄຂຄົນເຈັບສຸກເສີນ 48.608 ເທື່ອຄົນ, ຜ່າຕັດທັງໝົດ 4.533 ເທື່ອຄົນ, ປະສູດລູກໄດ້ 1.692 ເທື່ອຄົນ, ດ້ານວິຊາສະເພາະກົມກອງສາມາດເພິ່ງຕົນເອງກຸ້ມຕົນເອງ ໄດ້ເກືອບໝົດທຸກເຕັກນິກ, ອັດຕາສ່ວນສົ່ງຕໍ່ຄົນເຈັບອ້ອມຂ້າງແມ່ນຫຼຸດນ້ອຍລົງສົມທຽບກັບຊຸມປີຜ່ານມາ.
ຄຽງຄູ່ກັນນັ້ນ. ຍັງໄດ້ເອົາ ໃຈໃສ່ເຝິກອົບຮົມຍົກລະດັບວິ ຊາການດ້ວຍຫຼາຍຮູບແບບຄື: ຍົກລະດັບກັບທີ່, ຂຶ້ນຫ້ອງຮ່ຳ ຮຽນນຳຊ່ຽວຊານ ສປ ຈີນ, ສສ ຫວຽດນາມ, ໃນປີ 2025 ນີ້ ໄດ້ສົ່ງພະນັກງານວິຊາການແພດ ໝໍໄປເຝິກອົບຮົມໄລຍະສັ້ນ ຢູ່ ສປ ຈີນ 15 ສະຫາຍ, ເຝິກອົບຮົມຢູ່ ສສ ຫວຽດນາມ 10 ສະຫາຍ ຕາມຕົວເລກການຮ່ວມມືຊ່ວຍເຫຼືອຂອງຂັ້ນເທິງ. ນອກຈາກນັ້ນ, ຍັງຮັບຜິດຊອບວຽກງານນອກໂຮງໝໍເຊັ່ນ: ໄປຊ່ວຍພັດທະນາເຕັກນິກວິຊາການຢູ່ບັນດາໂຮງໝໍບໍລິເວນ, ໄປຮ່ວມຊ້ອມຮົບ, ຕ້ານໄພພິບັດ, ໄປຊ່ວຍປິ່ນປົວຄົນເຈັບສຸກເສີນຢູ່ບັນດາໂຮງໝໍບໍລິເວນ ແລະ ກົມກອງອ້ອມຂ້າງດ້ວຍຄວາມຮັບຜິດຊອບສູງ.
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້, ສະຫາຍ ພົນຈັດຕະວາ ຮສ ປອ ສະແຫວງໄຊ ລາດາສາດ ໄດ້ສະແດງທັດ ສະນະຂອງຕົນວ່າ: ສຸດທີ່ມີກຽດ ແລະ ພາກພູມໃຈຢ່າງສູງ ເພາະເປັນພົນລະເມືອງລາວຜູ້ໜຶ່ງທີ່ໄດ້ຮັບຮູ້ ແລະ ເຫັນໄດ້ທຸກສະພາບການ, ທຸກໄລຍະການປ່ຽນແປງ ຂອງປະເທດຊາດນັບແຕ່ມື້ປົດປ່ອຍໃໝ່ຈົນຮອດປັດຈຸບັນ. ເຫັນໄດ້ການນຳອັນສະຫຼາດສ່ອງໃສ ແລະ ປີຊາສາ ມາດ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ນຳພາປະເທດຊາດຜ່ານທຸກໄລຍະຢ່າງລະອິດລະອ້ຽວ ຂອງພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງ ສາປະເທດຊາດ ຍຶດໜັ້ນກ້າວຂຶ້ນສູ່ສັງຄົມນິຍົມ.
ໂດຍ: ບິກໄຊ ສົມພູ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















