ສະຫະພັນກຳມະບານຮາກຖານ ໂຮງງານປະສານເຫຼົ່າຫຼວງພະບາງ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ
ເວລາອອກຂ່າວ: 2025-11-06 09:05:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 413 | ຄວາມນິຍົມ: ![]()
ຫວ່າງບໍ່ດົນມານີ້, ສະຫະພັນກຳມະບານຮາກຖານ ໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ, ໂດຍ
ການເປັນປະທານຂອງ ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຫົວໜ້າຫ້ອງການກຳມະບານກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະປະທານກຳມະບານ, ຕະຫຼອດຮອດພະນັກງານ, ສະມາຊິກກຳມະບານ ແລະ ກຳມະກອນ ທົ່ວໂຮງງານ ເຂົ້າຮ່ວມ.
ສະຫາຍ ພັນໂທ ແສງອາລຸນ ທຳມະສຸດສະດາ ປະທານສະຫະພັນກຳມະບານ ໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນໄລຍະ 5 ປີຜ່ານມາ ໂດຍຖືເອົາວຽກງານການ
ເມືອງ-ແນວຄິດເປັນກົກໃນການໂຄສະນາເຜີຍແຜ່ ໃຫ້ພະນັກງານ, ສະມາຊິກກຳມະບານ-ກຳມະກອນແລະ ຜູ້ອອກແຮງງານພາຍ ໃນໂຮງງານຄົ້ນຄວ້າເຊື່ອມຊຶມຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງເລິກເຊິ່ງ ໂດຍສະເພາະແມ່ນຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ VIII ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວກອງທັບ ຄັ້ງທີ V. ພ້ອມທັງ ໄດ້ສຸມໃສ່ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກຳມະບານລາວວາງອອກ ໂດຍຕິດພັນກັບວຽກງານວິຊາສະເພາະ ແລະ ຂະບວນການລວມ ຂອງກົມກອງຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ, ຕັ້ງໜ້າເປັນເຈົ້າການຊຸກຍູ້, ຕິດຕາມກວດກາການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນພາຍໃນໂຮງງານຢ່າງຕັ້ງໜ້າ.
ຈາກນັ້ນ, ສະຫາຍ ພັນໂທ ວອນທອງ ພົມມາລາ ຮອງຫົວໜ້າພະແນກໂຄສະນາ-ອົບຮົມ ແລະ ຂະບວນການ ຫ້ອງການກຳມະບານກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບຫຼຽນກາກຳມະບານລາວ ໃຫ້ກົມກອງລວມໜູ່ ແລະ ບຸກຄົນ ແລະ ຜ່ານຂໍ້ຕົກລົງມອບທຸ່ງໄຊກຳມະບານ, ໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານກຳມະບານ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃນໄລຍະ 5 ປີ ຜ່ານມາ ໃນນີ້, ສະຫະພັນກຳມະບານໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ຮັບຫຼຽນກາກຳມະບານ ຈຳນວນ 1 ຫຼຽນ ແລະ ບຸກຄົນ ຈຳນວນ 25 ສະຫາຍ, ໄດ້ຮັບທຸງໄຊກຳມະບານ ຈຳນວນ 1 ຜືນ, ໃບຍ້ອງຍໍໃຫ້ກົມກອງລວມໝູ່ 6 ໃບ ແລະ ບຸກຄົນ ຈຳນວນ 119 ສະຫາຍ.
ໂດຍ: ບ່າວກອງທັບ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















