ປະກາດການຮັບຮອງ 6 ບ້ານ ເມືອງຮຸນ ແຂວງອຸດົມໄຊ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2025-11-06 09:04:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 409 | ຄວາມນິຍົມ: ![]()
ວັນທີ 30 ຕຸລາ 2025 ນີ້, ທີ່ສະໂມສອນ ບ້ານນາໂຄ້ງເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດພິທີປະກາດ ແລະ ຮັບຮອງເອົາ 6 ບ້ານ ຂອງເມືອງຮຸນ ແຂວງອຸດົມໄຊ ເປັນບ້ານປ້ອງກັນຊາດເຂັ້ມແຂງ ເປັນບ້ານທີ 14, 15, 16, 17, 18, 19 ຂອງເມືອງຮຸນ ແລະ ເປັນບ້ານທີ 81, 82, 83, 84, 85, 86 ຂອງແຂວງອຸດົມໄຊ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນທຽນ ທ່ຽງມະນີ ກຳມະການຄະນະປະຈຳພັກເມືອງ, ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຮຸນ ແຂວງອຸດົມໄຊ, ມີສະຫາຍ ພັນໂທ ສົມພອນ ແສນອາລິນ ຮອງຫົວ
ໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີອຳນາດການປົກຄອງບ້ານ, ແຂກຖືກເຊີນຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.
ສະຫາຍ ພັນໂທ ເປັນຄຳ ສຸດທິວົງ ຫົວໜ້າພະແນກການເມືອງ ກອງບັນຊາການທະຫານເມືອງຮຸນ ໄດ້ຂຶ້ນຜ່ານບົດສະຫຼຸບການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ 6 ບ້ານ ຂອງເມືອງຮຸນຄື: ບ້ານນາໂຄ້ງ, ບ້ານໂພນສະຫວາດ, ບ້ານໂພນສະຫວັນ, ບ້ານນາຝາງ, ບ້ານໜອງບົວ ແລະ ບ້ານດອນແກ້ວ ເຊິ່ງມີເນື້ອທີ່ທັງໝົດ 129 643 153 ເຮັກຕາ, ປະກອບມີ 1,625 ຄອບຄົວ, ມີພົນລະເມືອງ ທັງໝົດ 8,673 ຄົນ, ຍິງ 4,298 ຄົນ. ຜ່ານການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຕາມ 6 ມາດຖານ ຂອງການສ້າງຄອບຄົວ ແລະ 6 ມາດຖານໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 1,625 ຄອບຄົວ ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງອຸດົມໄຊ ແລະ ຂໍ້ຕົກລົງ ຂອງກອງບັນຊາການທະຫານເມືອງຮຸນ ວ່າດ້ວຍ
ການຢັ້ງຢືນ ແລະ ມອບໃບຢັ້ງຢືນຮັບຮອງເອົາ 6 ບ້ານ ຂອງເມືອງຮຸນ ເປັນບ້ານປ້ອງກັນຊາດເຂັ້ມແຂງ ແລະ ຮັບຮອງເອົາ 1,625 ຄອບຄົວປ້ອງກັນຊາດເຂັ້ມແຂງ ຕາມ 6 ມາດຖານຂອງກະຊວງປ້ອງກັນປະເທດວາງອອກ.
ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນໃຫ້ແກ່ຄອບຄົວ ແລະ ບ້ານປ້ອງກັນ
ຊາດເຂັ້ມແຂງຢ່າງສົມກຽດ, ພ້ອມທັງ ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ ໃຫ້ພິທີປະກາດການຮັບຮອງເອົາ 6 ບ້ານທີ່ຂື້ນກັບເມືອງຮຸນ ແຂວງອຸດົມໄຊຕື່ມອີກ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















