ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ເຜີຍແຜ່, ເຊື່ອມ​ຊຶມບົດ​ແນະນຳ ຂອງ​ກົມ​ໃຫຍ່​ການເມືອງ
ເວລາອອກຂ່າວ: 2025-11-06 09:02:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379 | ຄວາມນິຍົມ:



ທ້າຍ​ເດືອນ ຕຸລາ 2025 ນີ້, ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຈັດ​ກອງ​ປະຊຸມ​ເຜີຍແຜ່, ເຊື່ອມ​ຊຶມ ບົດ​ແນະນຳ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກ່ຽວ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ (ສະບັບ​ປັບປຸງ) ແລະ ເຜີຍແຜ່​ມະຕິ ກອງ​ປະຊຸມ​ຄົບ ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຄັ້ງ​ທີ I ສະໄໝ​ທີ VI, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ​ປອ ສະແຫວງ ແດນ​ນາ​ມົນ ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ, ມີ ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ທະຫານໂຮງຮຽນ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ກອງພັນ ຕະຫຼອດ​ຮອດພະນັກງານ​ສະມາຊິກ​ພັກ​ສົມບູນ ແລະ ສຳຮອງເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອຸໄລ​ກອນ ກົມ​ມະ​ເມືອງ ກຳມະການ​ຄະນະ​ພັກໂຮງຮຽນ, ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ຫານ​ເມືອງ ໄດ້​ຂຶ້ນ​ຜ່ານ ບົດ​ແນະນຳ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກ່ຽວ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ (ສະບັບ​ປັບປຸງ​ໃໝ່), ໂດຍ​ປະຕິບັດ​ຕາມ​ແຈ້ງ​ການ ແລະ ຄຳ​ແນະນຳ ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ແລະ ອີງ​ຕາມ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສເຂັ້ມແຂງ ໜັກ​ແໜ້ນ ຂອງ​ການຈັດຕັ້ງ​ຮາກ​ຖານ​ພັກ ໃນ​ທົ່ວ​ກອງ ທັບ ໄລຍະ​ຜ່ານ​ມາ, ເພື່ອ​ເຮັດ​ໃຫ້ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ດຳເນີນ​ໄປ​ຢ່າງ​ເປັນ​ລະບົບ, ຖືກຕ້ອງ, ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ ແລະ ຮັບປະກັນ​ຄຸນ​ນະ​ພາບ. ໂອກາດ​ນີ້, ສະຫາຍ ພັນ​ເອກ ​ປອ ສະແຫວງ ແດນ​ນາ​ມັນ ໄດ້​ເຜີຍແຜ່ ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ ກະຊວງ​ປ້ອງ​ກັນ​ປະເທດ ຄັ້ງ​ທີ I ສະໄໝ​ທີ VI ແລະ ຮຽກຮ້ອງ​ມາ​ຍັງ​ພະນັກງານ-ສະມາຊິກ​ພັກ​ ທຸກ​ສະຫາຍ ຈົ່ງ​ພ້ອມ​ກັນ​ສືບຕໍ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນຕິດ​ພັນ​ກັບ​ການຈັດຕັ້ງປະຕິບັດມະຕິ​ວ່າ​ດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນ​ງານ, ຕັ້ງໜ້າ​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ສອດຄ່ອງ, ປະຕິບັດ​ຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ແບ່ງ​ບຸກຄົນ​ຮັບຜິດຊອບ, ພ້ອມ​ກັນ​ເຊີດ​ຊູ​ນ້ຳໃຈ​ຮັກ​ຊາດ, ເສີມ​ຂະຫຍາຍ​ມານະ​ຈິດ​ປະຕິວັດ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່, ເຊື່ອມ​ຊືມ​ກຳ​ແໜ້ນບົດ​ແນະນຳ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຊິກ​ພັກຄັ້ງ​ທີ I ສະໄໝ​ທີ VI ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ