ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ສຳເລັດການເຜີຍແຜ່ເອກະສານແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆຂອງນາຍທະຫານ ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ຢູ່ ກມທ
ເວລາອອກຂ່າວ: 2025-11-06 09:01:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 843 | ຄວາມນິຍົມ:



ໃນວັນທີ 4 ພະຈິກ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເອກະສານແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆຂອງນາຍທະຫານຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ປະຈຳສົກປີ 2023-2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແພງສີ ເສັງວິໄຊ ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ມີບັນດາຄະນະກົມ, ຫ້ອງການ, ກອງ,ພະແນກການ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ວົງໄຊ ຄໍາມຸງຄຸນ ຫົວໜ້າພະແນກອົບຮົມ-ຄຸ້ມຄອງພະນັກງານ ກົມກວດກາ ກະຊວງປ້ອງກັນປະເທດໄດ້ຂຶ້ນຜ່ານບັນດາເອກະສານຕ່າງໆ ເຊິ່ງປະກອບມີ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ຄຳແນະນຳເພີ່ມເຕີມ, ແຈ້ງການ ກ່ຽວກັບການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບການເຄື່ອໄຫວຕິດຕາມ, ເຜີຍແຜ່, ຊຸກຍູ້ ການແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆທົ່ວກອງທັບ ປະຈຳສົກປີ 2023-2024. ການຈັດຕັ້ງເຜີຍແຜ່ເອກະສານແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ການແຈ້ງຊັບສິນຂອງພະນັກງານ ນາຍ ແລະ ພົນທະຫານ ທົ່ວກົມໃຫຍ່ການເມືອງກອງທັບດຳເນີນໃຫ້ຖືກຕ້ອງຕາມຂັ້ນຕອນ, ລະບຽບການທີ່ໄດ້ກຳນົດໄວ້, ມີມາດຕະການຕໍ່ຜູ້ທີ່ແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານຂັ້ນສູນກາງຄຸ້ມຄອງ, ນາຍ ແລະ ພົນທະຫານ ທີ່ໄດ້ເລື່ອນຊັ້ນໃໝ່, ເລື່ອນຕຳແໜ່ງໃໝ່, ຍົກຍ້າຍໄປຮັບໜ້າທີ່ໃໝ່, ຜູ້ທີ່ພົ້ນຕຳແໜ່ງ ແລະ ຜູ້ທີ່ຈະອອກພັກຜ່ອນຮັບບຳນານ ຫຼື ອອກຈາກລັດຖະການທົ່ວກອງທັບ, ແຕ່ລະຂັ້ນເພື່ອຊາບ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ. ສຳລັບການແຈ້ງຊັບສິນ ແລະ ລາຍຮັບຂອງນາຍ ແລະ ພົນທະຫານ, ລັດຖະກອນໃນທົ່ວອົງການຈັດຕັ້ງພັກ-ລັດ, ທົ່ວກອງທັບຈຸດປະສົງແມ່ນເພື່ອຕ້ານການສໍ້ລາດບັງຫຼວງ, ຊີ້ແຈງຄວາມເປັນມາຂອງກຳມະສິດທາງດ້ານມໍລະດົກ-ລາຍຮັບຢ່າງໂປ່ງໃສ ແລະ ເພື່ອເປັນການສະແດງຄວາມບໍລິສຸດຕໍ່ອົງການຈັດຕັ້ງກໍ່ຄືອາຊີບທີ່ຕົນສັງກັດຢູ່, ອີກຢ່າງໜຶ່ງກໍເພື່ອເປັນການປົກປ້ອງ, ຄຸ້ມຄອງຊັບສິນ-ລາຍຮັບຂອງນາຍ ແລະ ພົນທະຫານ, ສະນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງເປັນເຈົ້າການໃນການສົ່ງເອກະສານແຈ້ງຊັບສິນໃຫ້ຖືກຕ້ອງຕາມເວລາທີ່ກຳນົດ, ມີຄວາມລະອຽດຄົບຖ້ວນເພື່ອເປັນບ່ອນອີງໃຫ້ແກ່ການປະຕິບັດ ສອງວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ ແລະ ການຕ້ານການສໍ້ລາດບັງຫຼວງໃຫ້ເຂົ້າສູ່ລວງເລິກເທື່ອລະກ້າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ