ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ກອງພັນ​ໃຫຍ່ 279 ປະກາດ​ການ​ເລື່ອນ​ຊັ້ນ ໃຫ້​ນາຍ​ສິບ
ເວລາອອກຂ່າວ: 2025-11-06 09:00:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 422 | ຄວາມນິຍົມ:



ທ້າຍ​ເດືອນ ຕຸລາ 2025 ນີ້, ກອງພັນ​ໃຫຍ່ 279 ໄດ້​ຈັດ​ພິທີປະກາດການ​ເລື່ອນ​ຊັ້ນ ໃຫ້​ນາຍ​ສິບ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ທະ​ວັດ​ໄຊ ພວງ​ມະ​ໄລ ຮອງ​ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 279, ມີ​ຄະນະ​ພັກ- ຄະນະ​ບັນຊາ ພະແນກການ, ກອງພັນ, ກອງຮ້ອຍ ແລະ ພົນທະຫານ ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ມີ​ແຊນ ເພັດ​ສະ​ວົງ ຫົວໜ້າ​ຂະແໜງ​ກຳລັງ​ພົນ ກອງພັນ​ໃຫຍ່ 279 ໄດ້​ ຜ່ານ​ຂໍ້​ຕົກລົງ ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ອະນຸມັດ​ເລື່ອນ​ຊັ້ນ​ນາຍ​ສິບ ຢູ່ກອງພັນ​ໃຫຍ່ 279 ຈຳນວນ 38 ສະຫາຍ ໃນ​ນີ້, ເລື່ອນ​ຊັ້ນ ສິບ​ເອກ ຂຶ້ນ​ຊັ້ນ ວາທີ 21 ສະຫາຍ, ເລື່ອນ​ຊັ້ນສິບ​ໂທ ຂຶ້ນ ​ຊັ້ນສິບ​ເອກ 1 ສະຫາຍ ແລະ ເລື່ອນ​ຊັ້ນສິບ​ຕີ ຂຶ້ນ​ຊັ້ນສິບ​ໂທ 16 ສະຫາຍ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ