ກອງພັນ 233 ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-11-06 08:55:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 360 | ຄວາມນິຍົມ: ![]()
ໃນວັນທີ 31 ຕຸລາ 2025, ກອງພັນ 233 ທີ່ຂຶ້ນກັບ ກົມ 213 ໄດ້ເຊື່ອມ ຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳໄພ ສຳມະວົງ ຫົວໜ້າການເມືອງ ກອງພັນ 233, ມີສະຫາຍ ພັນໂທ ໄຊເຈີນ ຈັນທະລາ ຫົວໜ້າການທະຫານ ກອງພັນ 233, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳໄພ ສຳມະວົງ ໄດ້ຜ່ານມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງດັນປະເທດ ໃຫ້ພະ
ນັກງານຫຼັກແຫຼ່ງ ຢູ່ກົມກອງຂອງຕົນເຂົ້າໃຈແນວທາງການ ນຳພາ-ຊີ້ນຳ ຂອງອົງຄະນະພັກກະຊວງປ້ອງກັນປະເທດໃນແຕ່ລະໄລຍະ; ໂອກາດດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນ ຮ້ອຍໂທ ໃຫ້ພະນັກງານ-ນັກຮົບ ຜູ້ທີ່ຮຽນຈົບໂຮງຮຽນຈາກສາຍລັດ ຈຳນວນ 3 ສະຫາຍ ແລະ ຜ່ານຂໍ້ຕົກລົງສັບຊ້ອນໜ້າທີ່ໃຫ້ ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງອີກຈຳນວນໜຶ່ງ.
ສະຫາຍ ພັນໂທ ຄຳໄພ ສຳມະວົງ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ພ້ອມດ້ວຍພະນັກງານ-ນັກຮົບ ສືບຕໍ່ສ້າງຜົນງານຂອງຕົນ
ປະຕິບັດໜ້າທີ່ໃຫ້ມີຄວາມຫ້າວຫັນ, ດຸໝັ່ນໃຫ້ເປັນແບບເປັນຢ່າງນຳໜ້າໃຫ້ແກ່ມະຫາຊົນ ນຳພາມະຫາຊົນສ້າງຂະບວນການຕ່າງໆ ຢູ່ພາຍໃນກົມກອງ ເພື່ອຂ່ຳນັບຮັບຕ້ອນ ມູນເຊື້ອວັນປະຫວັດສາດຂອງຊາດຕ່າງໆ ໂດຍສະເພາະການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໃຫ້ເປັນຂະບວນການຟົດຟື້ນ.
ໂດຍ: ໄມ່ບຸນຫົນ ສຸດທິບັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















