ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ທະຫານແຂວງໄຊຍະບູລີ ເປີດຊຸດເຝິກອົບຮົມ ນັກເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V
ເວລາອອກຂ່າວ: 2025-11-04 14:32:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 691 | ຄວາມນິຍົມ:



ໃນວັນທີ 1 ພະຈິກ 2025 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ເປີດຊຸດເຝິກອົບຮົມ ນັກເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ທົ່ວກອງບັນຊາການທະຫານແຂວງໄຊຍະບູລີ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ຕາງໜ້າບັນດາກົມກອງ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ໄຊຍະພົນ ດວງເງິນ ຫົວໜ້າພະແນກກຳລັງພົນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການ ທະຫານແຂວງໄຊຍະບູລີ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ຄະນະຮັບຜິດຊອບສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ທົ່ວກອງບັນຊາການທະຫານແຂວງໄຊຍະບູລີ. ຈາກນັ້ນ, ສະຫາຍ ພັນໂທ ສົມໝາຍ ລິງທະວົງ ຮອງຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການ ແລະ ສະຫາຍ ພັນໂທ ສີວອນ ສຸລິຂັນ ຮອງຫົວໜ້າຫ້ອງພະລາທິການ ກໍໄດ້ຜ່ານເນື້ອໃນເອກະສານ ແລະ ອະທິບາຍ ວີທີລົງເກັບກໍາຈົດນັບການສໍາຫຼວດພົນລະເມືອງຄັ້ງນີ້. ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ໄດ້ກ່າວວ່າ: ການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນບັ້ນສຳຫຼວດໃຫຍ່ ທີ່ມີຄວາມໝາຍສຳຄັນທີ່ສຸດໃນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການ ການຂະຫຍາຍຕົວຂອງພົນລະເມືອງ ແລະ ປັດໃຈທີ່ກະທົບຕໍ່ການຂະຫຍາຍຕົວຂອງພົນລະເມືອງ, ເປົ້າໝາຍສຳຫຼວດ ແມ່ນປະຊາຊົນລາວບັນດາເຜົ່າ, ພໍ່ຄ້າຊາວຂາຍ, ນັກທຸລະກິດ, ພະນັກງານ, ທະຫານ-ຕຳຫຼວດ ທີ່ຢູ່ໃນການຄຸ້ມຄອງຂອງກະຊວງທີ່ກ່ຽວຂ້ອງ, ບຸກຄົນທີ່ເປັນຊາວຕ່າງດ້າວ, ຄົນຕ່າງປະເທດ ທີ່ອາໃສ່ຢູ່ໃນ ສປປ ລາວ ແລະ ຄົນລາວທີ່ໄປສຶກສາ, ໄປເຮັດວຽກຢູ່ຕ່າງປະເທດ ເປົ້າໝາຍໃນການສຳຫຼວດໃນຄັ້ງນີ້ ເປັນແຫຼ່ງຂໍ້ມູນທີ່ສໍາຄັນ ໃນການຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ເວົ້າລວມເວົ້າສະເພາະ ສໍາລັບກອງທັບເຮົາແມ່ນເປັນບ່ອນອີງໃນການກະກຽມແຜນຍຸດທະສາດປັບປຸງກໍ່ສ້າງກຳລັງການຈັດຕັ້ງ ແລະ ການປະກອບຈໍານວນພົນ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ນອກນັ້ນ, ສະຫາຍ ຍັງເນັ້ນໜັກໃຫ້ຄະນະຊີ້ນຳ, ຄະນະຮັບຜິດຊອບ ແລະ ນັກເຝິກອົບຮົມທຸກພາກສ່ວນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ພາລະບົດບາດຂອງຕົນ ເພື່ອເຮັດໃຫ້ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ນີ້ ມີຜົນສຳເລັດຕາມລະດັບຄາດໝາຍ. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ