ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ເປີດອົບຮົມ ນັກກວດກາ, ນັກເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວກອງພົນທີ1 ຄັ້ງທີ V
ເວລາອອກຂ່າວ: 2025-11-04 09:48:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 699 | ຄວາມນິຍົມ:



ໃນວັນທີ 31 ຕຸລາ 2025 ນີ້, ກອງພົນທີ 1 ເປີດອົບຮົມ ນັກກວດກາ, ນັກເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວກອງພົນທີ1 ຄັ້ງທີ V ປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຕະຫຼອດຮອດພະນັກງານວິຊາສະເພາະ - ນັກສໍາມະນາກອນ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາຫຼ້າ ຫຼວງສະຫວັນ ຫົວໜ້າພະແນກກໍາລັງພົນ ກອງພົນທີ 1 ໄດ້ຂຶ້ນຜ່ານແຜນການອົບຮົມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວກອງພົນທີ 1 ຄັ້ງທີ V ປີ 2025. ອີງຕາມ ຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ອີງຕາມ ແຜນການເຄື່ອນໄຫວຂອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ເພື່ອເກັບກໍາຂໍ້ມູນສະຖິຕິ ທາງດ້ານຈໍານວນພົນ ແລະ ທີ່ຢູ່ອາໄສ ຂອງພະນັກງານ-ນັກຮົບ ທົ່ວກອງພົນທີ1 ເພື່ອປ້ອນຂໍ້ມູນໃຫ້ແກ່ອົງການຈັດຕັ້ງຂັ້ນເທິງທີ່ກ່ຽວຂ້ອງ; ເນື້ອໃນການອົບຮົມມີ 2 ບົດ ຄື: ວຽກງານນັກເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແລະ ວຽກງານກວດກາ, ເກັບກໍາ-ສັງລວມຂໍ້ມູນ; (ກໍານົດເວລາ 01 ວັນ ) ເຊິ່ງມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 17 ສະຫາຍ. ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍນັກສໍາມະນາກອນພະນັກງານ-ນັກຮົບ ທີ່ສໍາເລັດການອົບຮົມວຽກງານ ຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດໃຫ້ເປັນບັນຫາສຳຄັນ ເວົ້າລວມ ເວົ້າສະເພາະ ຈັດຕັ້ງໂຄສະນາເຜີຍແຜ່ ໃຫ້ພະນັກງານ-ນັກຮົບ ທົ່ວກອງພົນທີ1 ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານສໍາຫຼວດພົນລະເມືອງໃນຄັ້ງນີ້ຢ່າງລະອຽດ ແລະ ທົ່ວເຖິງ, ເພີ່ມທະວີຄວາມເປັນເຈົ້າການໃນການປັບປຸງກໍ່ສ້າງວຽກງານຕາໜ່າງປ້ອງກັນຊາດຢູ່ໃນຂອບເຂດທົ່ວປະເທດ ກໍ່ຄືໃນກົມກອງບັນດາສະຫາຍໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ພ້ອມກັນຕ້ານ ແລະ ສະກັດກັ້ນດ້ານປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ. ພ້ອມທັງ ເນັ້ນໜັກໃຫ້ນັກເຝິກອົບຮົມແຕ່ລະສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ ກໍາເອົາບັນດາເນື້ອໃນບົດຮຽນໃນການເຝິກອົບຮົມໃນຄັ້ງນີ້ ເພື່ອຍົກສູງລະດັບຄວາມຮູ້ - ຄວາມສາມາດ ໃນການນໍາໃຊ້ວຽກງານໃຫ້ຖືກຕ້ອງສອດຄ່ອງ ແລະ ເອກະພາບເປັນຢ່າງດີ ເພື່ອຮັບປະກັນທາງດ້ານຄຸນນະພາບ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງຂອງຕົນໃຫ້ໄດ້ຮັບໝາກຜົນສູງ. ໂດຍ: ຊັນໂດ ລາດຊະພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ