ຫົວໜ້າການເມືອງ ວປກ ເຂົ້າອວຍພອນຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ ປະຈໍາ ສປປ ລາວ
ເວລາອອກຂ່າວ: 2025-11-04 08:47:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 760 | ຄວາມນິຍົມ: ![]()
ໃນວັນທີ 31 ຕຸລາ 2025 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມຄະນະ. ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນຕີ ເດີມີຕີຣ ຄຣາຍຢຽບ ວາລາດີເມຍໂຣວິດ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ. ເນື່ອງໃນໂອກາດວັນເອກະພາບ ສ ຣັດເຊຍ ຄົບຮອບ 20 ປີ. (04 ພະຈິກ 2005-04 ພະຈິກ 2025).
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຍັງໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງ ວັນເອກະພາບ ສ ຣັດເຊຍ ທີ່ພັກ-ລັດ ແລະ ປະຊາຊົນຊາວຣັດເຊຍ ທີຍາດມາໄດ້. ໃນໄລຍະຜ່ານມາກອງທັບຣັດເຊຍ ໄດ້ຊ່ວຍເຫຼືອກອງທັບປະຊາຊົນລາວ ເປັນຕົ້ນແມ່ນການຊ່ວຍເຫຼືອທາງການທະຫານ ແລະ ສົ່ງຊ່ຽວຊານຈາກຣັດເຊຍ ມາປະຈໍາຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນການສິດສອນພາສາຣັດເຊຍ ແລະ ສ້າງບຸກຄະລາກອນນາຍທະຫານໃຫ້ແກ່ກອງທັບປະຊາຊົນລາວຕະຫຼອດມາ. ພ້ອມທັງກ່າວອວຍພອນໄຊອັນປະເສີດໄປຍັງ ກະຊວງປ້ອງກັນປະເທດ ພ້ອມດ້ວຍປະຊາຊົນ ແຫ່ງ ສ ຣັດເຊຍ ກໍຄືຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ, ສືບຕໍ່ເສີມຂະຫຍາຍສາຍພົວພັນຄວາມສາມັກຄີລະຫວ່າງ ສອງພັກ-ລັດ, ປະຊາຊົນສອງຊາດ, ສອງກອງທັບ ລາວ-ສ ຣັດເຊຍ ແລະ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ-ວິທະຍາຄານເສນາທິການກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ຈາກນັ້ນ ສະຫາຍ ພົນຕີ ເດີມີຕີຣ ຄຣາຍຢຽບ ວະລາດິເມຍ ໂຣວິດ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພົນຕີ ພັນແສງ ບຸນພັນ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຮັກແພງທີ່ເປັນມູນເຊື້ອ ລະຫວ່າງ ສ.ຣັດເຊຍ-ສປປ ລາວ ໃຫ້ນັບມື້ຫມັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.
ໂອກາດດຽວກັນນີ້, ສະຫາຍ ຫົວໜ້າການເມືອງ ວປກ ພ້ອມດ້ວຍຄະນະ ຍັງໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພັນເອກ ໂຣແມນ ໂກວາເລັນໂກ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສ ຣັດເຊຍ ປະຈຳ ສປປ ລາວ ແລະ ນໍາເອົາກະຕ່າຂອງຂວັນອວຍພອນ ທ່ານ ນາງ ໂອລິກາ ນິໂກລຽບນາ ຫົວໜ້າຄະນະຊ່ຽວຊານສອນພາສາຣັດເຊຍ ປະຈຳ ວປກ ພ້ອມຄະນະ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ ແລະ ມີຄວາມໝາຍຄວາມສຳຄັນ.
ໂດຍ: ເຂັງພອນ ແກ້ວຄໍາລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















