ເປີດບັ້ນດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ທົ່ວກອງທັບ ຄັ້ງທີ V ປີ 2025
ເວລາອອກຂ່າວ: 2025-11-03 15:06:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 840 | ຄວາມນິຍົມ: ![]()
ພິທີເປີດບັ້ນດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ທົ່ວກອງທັບ ຄັ້ງທີ V ປີ 2025 ແຕ່ວັນທີ 3 - 12 ພະຈິກ 2025 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຄະນະຊີ້ນໍາລະດັບຊາດ, ຫົວໜ້າຄະນະຊີ້ນໍາການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວກອງທັບ ຄັ້ງທີ V, ມີທ່ານ ລຽນທອງ ສຸພານີ ຮັກສາການຫົວໜ້າກົມສະຖິຕິ ແລະ ເສດຖະກິດສັງຄົມ ສູນສະຖິຕິແຫ່ງຊາດກະຊວງການເງິນ,ຫົວໜ້າຫ້ອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນສູນກາງ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາກົມ, ຫ້ອງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ທ່ານ ລຽນທອງ ສຸພານີ ໄດ້ຂຶ້ນມີຄໍາເຫັນ ໂດຍປະຕິບັດຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ວ່າດ້ວຍການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ການສໍາຫຼວດພົນລະເມືອງໃນຄັ້ງນີ້ ແມ່ນບັ້ນສໍາຫຼວດໃຫຍ່ລະດັບຊາດ, ມີຄວາມສໍາຄັນທີ່ສຸດໃນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການຂະຫຍາຍຕົວຂອງພົນລະເມືອງ ແລະ ປັດໃຈທີ່ກະທົບຕໍ່ການຂະຫຍາຍຕົວຂອງພົນລະເມືອງລາວໃນທຸກໆ 10 ປີ, ອີງໃສ່ກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ແລະ ວິໄສທັດຮອດປີ 2030 ກໍຄືການປະຕິບັດພັນທະຕໍ່ສາກົນ, ປະເທດເຮົາໄດ້ກຳນົດເອົາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນ ທຸກໆ 10 ປີ ແຕ່ລະປີທີ່ສໍາຫຼວດແມ່ນລົງທ້າຍດ້ວຍເລກ 5 ເຊິ່ງໄດ້ດໍາເນີນມາ 4 ຄັ້ງ ຄື: ປີ 1985, 1995, 2005, 2015 ແລະ ຄັ້ງນີ້ເປັນຄັ້ງທີ 5 ປີ 2025 ສໍາລັບເປົ້າໝາຍການສໍາຫຼວດ ແມ່ນປະຊາຊົນລາວບັນດາເຜົ່າ, ພໍ່ຄ້າຊາວຂາຍ, ນັກທຸລະກິດ, ພະນັກງານ, ທະຫານ ແລະ ຕຳຫຼວດ ທີ່ຢູ່ໃນການຄຸ້ມຄອງຂອງກະຊວງທີ່ກ່ຽວຂ້ອງ, ບຸກຄົນທີ່ເປັນຊາວຕ່າງດ້າວ, ຄົນຕ່າງປະເທດທີ່ອາໄສຢູ່ ສປປ ລາວ ແລະ ຄົນລາວທີ່ໄປເຮັດວຽກຢູ່ຕ່າງປະເທດ, ເປົ້າໝາຍໃນການສໍາຫຼວດໃນ ຄັ້ງນີ້ໄດ້ແບ່ງອອກເປັນ 3 ຫົວໜ່ວຍ ຄື: ຫົວໜ່ວຍທີ່ຢູ່ອາໄສ, ຫົວໜ່ວຍຄົວເຮືອນ ແລະ ຫົວໜ່ວຍ ບຸກຄົນ, ສະເພາະກອງທັບປະຊາຊົນລາວ ເປົ້າໝາຍໃນການສໍາຫຼວດ ປະກອບມີ: ຈຳນວນ ນາຍ ແລະ ພົນທະຫານທີ່ສັງກັດຢູ່ໃນກົມກອງອາໄສໃນຂອບເຂດຄ້າຍເຊິ່ງບໍ່ໄດ້ຂື້ນສໍາມະໂນຄົວນໍາບ້ານ, ຈໍານວນ ນາຍ ແລະ ພົນທະຫານທີ່ນອນຍາວໃນຄ້າຍ ຂຶ້ນບັນຊີພາຍໃຕ້ການຄຸ້ມຄອງຂອງກະຊວງປ້ອງກັນປະເທດ,ຈໍານວນວິຊາການ, ກຳມະກອນໂຮງຈັກໂຮງງານ, ນິຄົມທີ່ຂຶ້ນກັບກົມກອງກຳລັງຫຼວງ ແລະ ກຳລັງ ທ້ອງຖິ່ນ, ພາກສ່ວນທີ່ບໍ່ແມ່ນທະຫານແຕ່ຢູ່ຂອບເຂດຄ້າຍເປັນປະຈໍາ 6 ເດືອນຂຶ້ນໄປ,ຈໍານວນນາຍ ແລະ ພົນທະຫານ ທີ່ໄປສຶກສາຢູ່ບັນດາໂຮງຮຽນ, ວິທະຍາຄານ, ສູນເສຍອົງຄະ ແລະ ກຳລັງປິ່ນປົວຢູ່ໂຮງໝໍ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ, ນວນບຸກຄົນ ຫຼື ຍາດພີ່ນ້ອງຂອງບັນດາຄົວເຮືອນ ນາຍທະຫານຂັ້ນນໍາ ຍົດຊັ້ນພັນເອກທີ່ພັກອາໄສ ຢູ່ນອນຄ້າຍ ແມ່ນກະຊວງປ້ອງກັນປະເທດເປັນຜູ້ຂຶ້ນບັນຊີການສໍາຫຼວດ.
ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍໄດ້ມີຄໍາເຫັນ ແລະ ກ່າວເປີດເປີດບັ້ນດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ທົ່ວກອງທັບ ຄັ້ງທີ V ປີ 2025 ການສໍາຫຼວດພົນລະເມືອງໃນຄັ້ງນີ້ ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນໃນການຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ເວົ້າລວມ, ເວົ້າສະເພາະ ສໍາລັບກອງທັບ ແມ່ນເປັນບ່ອນອີງໃຫ້ແກ່ການກະກຽມແຜນຍຸດທະສາດປັບປຸງກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ສະນັ້ນ ໃຫ້ພ້ອມກັນຍົກສູງຄວາມໝາຍ-ຄວາມສໍາຄັນຂອງວຽກງານນີ້ ໃຫ້ດໍາເນີນການສໍາຫຼວດເກັບກຳຂໍ້ມູນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນກັບເວລາທີ່ໄດ້ກຳນົດ, ຮັບປະກັນທຸກການຈົດນັບ ແລະ ຫຼີກເວັ້ນການຈົດນັບທັບຊ້ອນລະຫວ່າງກອງທັບ ກັບ ພາກພົນລະເຮືອນ ສໍາລັບເນື້ອໃນ ແລະ ວິທີການສໍາຫຼວດ ກະຊວງປ້ອງກັນປະເທດ ກໍໄດ້ຈັດຕັ້ງການເຝິກອົບຮົມໄປແລ້ວ ສະເໜີໃຫ້ບັນດາສະຫາຍ ຕິດຕາມ ແລະ ຊີ້ນໍາ ນໍາຄູເຝິກ ແລະ ນັກເດີນສໍາຫຼວດຂັ້ນຕົນ ເອົາໃຈໃສ່ລະອຽດ ດ້ານການຈັດຕັ້ງປະຕິບັດແຕ່ລະຂັ້ນ ຄຽງຄຸ່ກັບການເດີນສໍາຫຼວດພາກສະໜາມ ແຕ່ລະກົມກອງຕ້ອງໄດ້ຈັດຕັ້ງກໍາລັງປ້ອງກັນຮັກສາຄວາມປອດໄພໃຫ້ໄດ້ 100% ໃນຂົງເຂດທີ່ຕົນຮັບຜິດຊອບ ໂດຍໃຫ້ສົມທົບກັບກໍາລັງ ປກສ, ກຳລັງກອງຫຼອນ-ກອງປ້ອງກັນຕົວ ລວມທັງປະຊາຊົນໃນຂອບເຂດນັ້ນໆໂດຍໃຫ້ມີການຈັດຕັ້ງລະບົບປະຈຳການ ຕະຫຼອດ 24 ຊົ່ວໂມງ ແລະ ສ່ອງແສງລາຍງານເປັນປະຈຳທຸກໆວັນ ທັງຕິດຕາມ ແລະ ລາຍງານການເຮັດໜ້າທີ່ຂອງແຕ່ລະບຸກຄົນຕໍ່ຂັ້ນເທິງ ພາຍຫຼັງສໍາເລັດການເດີນສໍາຫຼວດໃນລະດັບຊາດ ຈະໄດ້ມີການສະເໜີການຍ້ອງຍໍຜົນງານ ເພື່ອເປັນຫຼັກຖານສະແດງເຖິງຜົນງານປະກອບສ່ວນຮັບໃຊ້ຊາດຂອງແຕ່ລະຄົນ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















