ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ເຊັນບົດບັນທຶກຊ່ວຍຈໍາ (MOU) ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍ ແດນ ລາວ-ຫວຽດນາມ
ເວລາອອກຂ່າວ: 2025-11-03 14:53:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 899 | ຄວາມນິຍົມ:



ວັນທີ 31 ຕຸລາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈໍາ (MOU) ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນ ລາວ-ຫວຽດນາມ ລະຫວ່າງ ກົມໃຫຍ່ເສນາທິການກອງທັບ ກັບ ບໍລິສັດ ລົງທຶນ CLE1 ຈຳກັດ (ຜູ້ລົງທຶນພັດທະນາໂຄງການໄຟຟ້າພະລັງລົມ), ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ທ່ານ ຫວຽນບາຊ້ານ ຮອງອໍານວຍການ ບໍລິສັດ CLE1 ຈຳກັດ, ມີບັນຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງທັ້ງສອງຝ່າຍເຂົ້າຮ່ວມ. ສະຫາຍ ພັນໂທ ສຸລະສັກ ພິພັດຜົນ ຮອງຫົວໜ້າພະແພກກໍ່ສ້າງ-ຂົວທາງ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດບັນທຶກຊ່ວຍຈໍາ (MOU) ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນ ລາວ-ຫວຽດນາມ ລະຫວ່າງ ກົມໃຫຍ່ເສນາທິການກອງທັບ ກັບ ບໍລິສັດລົງທຶນ CLE1 ຈຳກັດ (ຜູ້ລົງທຶນພັດທະນາໂຄງການໄຟຟ້າພະລັງລົມ). ໂຄງການ “ທະລຸ ແລະ ຍົກລະດັບເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນ ລາວ-ຫວຽດນາມ” ປະກອບມີທັງການທະລຸໃໝ່, ການຍົກລະດັບ ແລະ ປັບປຸງບັນດາເສັ້ນທາງລຽບຕາມຊາຍແດນ ລາວ-ຫວຽດນາມ ໃນນັ້ນ, ມີໄລຍະເສັ້ນທາງລຽບຊາຍແດນ. ປັດຈຸບັນ ບໍລິສັດລົງທຶນ CLE1 ຈຳກັດ ພວມມີການດໍາເນີນໃນການພັດທະນາບັນດາໂຄງການໄຟຟ້າພະລັງງານລົມ (ໂຄງການໄຟຟ້າພະລັງງານລົມຈະລໍ, ໂຄງການໄຟຟ້າພະລັງງານລົມ The Light ແລະ ບັນດາໂຄງການ ໄຟຟ້າພະລັງງານລົມອື່ນໆ) ເຊິ່ງຈະໄດ້ມີການກໍ່ສ້າງເສັ້ນທາງ ທີ່ມີຈຸດພິກັດແລວທາງໄກ້ຄຽງ ກັບແລວເສັ້ນທາງລຽບຕາມຊາຍແດນ ທີ່ກະຊວງປ້ອງກັນປະເທດ ພວມມີແຜນດໍາເນີນໂຄງການດັ່ງກ່າວ, ເພື່ອເປັນການປະຢັດງົບປະມານຂອງ ກະຊວງປ້ອງກັນປະເທດ ກໍຄືລັດຖະບານ ແລະ ທັງເປັນການຫຼີກລ້ຽງການຟຸມເຟືອຍ ດ້ານຊັບພະຍາກອນທໍາມະຊາດທີ່ມີຢູ່ແລ້ວ, ໃນເວລາທີ່ມີການກໍ່ສ້າງ ໂຄງການດັ່ງກ່າວ ໄປຄວບຄູ່ກັບເສັ້ນທາງໂຄງການໄຟຟ້າພະລັງງານລົມ (ໂຄງການໄຟຟ້າພະລັງງານລົມຈະລໍ, ໂຄງການໄຟຟ້າພະລັງງານລົມ The Light ແລະ ບັນດາໂຄງການໄຟຟ້າພະລັງງານລົມອື່ນໆ) ແລະ ເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນ ທີ່ກະຊວງປ້ອງກັນປະເທດ ພວມມີແຜນລົງທຶນ, ບໍລິສັດ ລົງທຶນ CLE1 ຈໍາກັດ ເຫັນດີຊ່ວຍເຫຼືອດ້ານງົບປະມານ ເພື່ອບຸກເບີກແລວທາງ, ສໍາຫຼວດ ແລະ ອອກແບບເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນດັ່ງ ທີ່ໄດ້ກ່າວມາຂ້າງເທິງໃຫ້ສໍາເລັດ, ໃນຕອນທ້າຍພິທີ ກໍໄດ້ມລົງນາມເຊັນຍາ ລະຫວ່າງ ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ແລະ ທ່ານ ຫວຽນບາຊ້ານ ຮອງອໍານວຍການ ບໍລິສັດ CLE1 ຈຳກັດ. ໂດຍ: ສຸພາພອນ ລາດສີເມືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ