ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 19 ທີ່ ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ
ເວລາອອກຂ່າວ: 2025-11-03 14:38:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 888 | ຄວາມນິຍົມ:



ໃນວັນທີ 31 ຕຸລາ 2025 ນີ້, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 19 ທີ່ ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ, ພາຍໃຕ້ການເປັນປະທານຂອງ ທ່ານ ດາໂຕະ ເຊຣີ ໂມຮາມັດ ຄາເລັດ ບິນ ນໍດິນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ມາເລເຊຍ, ມີບັນດາຄະນະລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ທ່ານ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ. ກອງປະຊຸມ ໄດ້ສະຫຼຸບຕີລາຄາຫຍໍ້ ແລະ ສະແດງຄວາມຊົມເຊີຍມາຍັງ ບັນດາຜົນສຳເລັດ ໃນຊ່ວງການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025, ເຊິ່ງເຫັນໄດ້ເຖິງຜົນສໍາເລັດທີ່ເປັນຮູບປະທໍາຫຼາຍດ້ານ. ພິເສດແມ່ນ ການຮັບຮອງເອົາ ຕີມໍ-ແລັດສະເຕ ເປັນປະເທດສະມາຊິກອາຊຽນ ທີ່ 11 ຢ່າງສົມບູນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໃນທ້າຍເດືອນ ຕຸລາ 2025 ຜ່ານມາ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນສຳເລັດຂອງ ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM), ເຊິ່ງຈັດຂຶ້ນ ໃນທ້າຍເດືອນ ກັນຍາ 2025 ທີ່ຜ່ານມາ ທີ່ແມືອງ ໂຈຮໍ, ມາເລເຊຍ. ກອງປະຊຸມ ADMM ຄັ້ງທີ 19 ໃນຄັ້ງນີ້ ໄດ້ຮັບຮອງບັນດາເອກະສານຂໍ້ລິເລີ່ມ ຈຳນວນ 10 ສະບັບ ວ່າດ້ວຍການສົ່ງເສີມການຮ່ວມມືໃນຂົງເຂດວຽກງານຕ່າງໆ ເຊັ່ນ ພື້ນຖານໂຄງລ່າງທາງພື້ນນໍ້າ (CUI), ວຽກງານຮັກສັນຕິພາບ (PKO), ວຽກງານໄຊເບີ້ (Cyber), ການເຝິກຊ້ອມຮ່ວມທະຫານອາຊຽນ (Joint Exercise), ວຽກງານອຸດສາຫະກໍາປ້ອງກັນຊາດ (Defence Industry) ເປັນຕົ້ນ. ນອກຈາກນີ້, ກອງປະຊຸມຍັງຮັບຮອງເອົາ ກິດຈະກໍາກັບປະເທດບວກ ຈຳນວນ 4 ກິດຈະກຳ ລວມມີ ການເຝິກຊ້ອມທາງທະເລ 4 ກິດຈະກໍາ ແລະ ງານວາງສະແດງອຸດສາຫະກໍາປ້ອງກັນຊາດ 1 ກິດຈະກໍາ ແລະ ຖະແຫຼງການ ກົວລາລຳເປີ ຂອງກອງປະຊຸມ ADMM ວ່າດ້ວຍຄວາມສາມັກຄີອາຊຽນ ເພື່ອຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກ, ແລະ ຖະແຫຼງການຮ່ວມຂອງ ກອງປະຊຸມ ADMM ວ່າດ້ວຍການຈັດຕັ້ງປະຕິບັດແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (ASPC) ຂອງວິໄສທັດປະຊາຄົມອາຊຽນ 2045. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຮອງວາລະກອງປະຊຸມ ແລະ ແຜນການເຄື່ອນໄຫວ ສໍາລັບກອງປະຊຸມ ADMM-ບວກ ທີ່ຈະມາເຖິງ. ໃນໂອກາດການເຂົ້າຮ່ວມກອງປະຊຸມ ADMM ຄັ້ງທີ 19 ນີ້, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ຈີນ ແລະ ກອງປະຊຸມຢ່າງບໍ່ເປັນທາງການຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ອິນເດຍ ລວມທັງ ໄດ້ພົບປະສອງຝ່າຍ ກັບບາງປະເທດສະມາຊິກອາຊຽນ. ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະສື່ບຕໍ່ເຂົ້າຮ່ວມກອງປະຊຸມ ADMM-ບວກ ຄັ້ງທີ 12 ແລະ ພິທີມອບໂອນປະທານກອງປະຊຸມ ADMM ຄັ້ງທີ 20 ໃຫ້ ຟິລິບິນ ໃນວັນທີ 1 ພະຈິກ 2025.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ