ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ບົດແນະນຳຂອງກົມໃຫຍ່ການເມືອງກອງທັບ ຢູ່ 3 ກົມກອງ
ເວລາອອກຂ່າວ: 2025-11-03 11:30:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 790 | ຄວາມນິຍົມ: ![]()
ວັນທີ 30 ຕຸລາ 2025 ນີ້, ຢູ່ໂຮງງານ ອ 674, ໂຮງງານ ອ 410 ແລະ ສາງ ອ 2 ທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ບົດແນະນຳຂອງກົມໃຫຍ່ການເມືອງກອງທັບ, ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສະບັບປັບປຸງໃໝ່ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ກໍາມະການຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີ ຄະນະພັກ-ຄະນະບັນຊາ ພະນັກງານ-ສະມາຊິກພັກ 3 ກົມກອງ ເຂົ້າຮ່ວມ,
ສະຫາຍ ພັນເອກ ວຽງທອງ ພັດທະສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ເຜີຍແຜ່ບົດລາຍງານການເມືອງທັງສອງພາກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ແລະ ມະຕິຮັບຮອງເອົາຄະນະບໍລີຫານງານພັກສະໄໝທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ໂດຍໄດ້ຍົກໃຫ້ເຫັນບົດບາດໃນ ການຊີ້ນຳ - ນຳພາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໃນໄລຍະ 5 ປີຜ່ານມາມີຜົນສຳເລັດ ແລະ ພົ້ນເດັ່ນຫຼາຍດ້ານເຊັ່ນວ່າ: ເຮັດໃຫ້ປະເທດຊາດມີຄວາມສະຫງົບ, ປັບປຸງກໍ່ສ້າງກຳລັງ, ດ້ານພະລາທິການ-ເຕັກນິກ ແລະ ອາວຸດກະສຸນ, ການພົວພັນ-ຮ່ວມມືກັບສາກົນຢ່າງບໍ່ຢຸດຢັ້ງ ພ້ອມທັງແກ້ໄຂຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນຄຽງຄູ່ກັນໄປ, ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນເຂົ້າຮ່ວມທັງໝົດ 230 ສະຫາຍ, ທີ່ເປັນຕົວແທນໃຫ້ສະມາຊິກທົ່ວກຳລັງຫຫຼວງມີ 43.686 ສະຫາຍ, ມີແຂກຖືກເຊີນເຂົ້າຮ່ວມ 47 ສະຫາຍ, ໄລຍະເວລາດຳເນີນກອງປະຊຸມເປັນເວລາ 2 ວັນ, ວັນທີ 7- 8 ສິງຫາ ຜ່ານມານີ້, ກອງປະຊຸມໄດ້ດຳເນີນໄປດ້ວຍຄວາມເປັນເອກະພາບ ແລະ ຄວາມຮັບຜີດຊອບການເມືອງສູງ ເຊິ່ງການດຳເນີນກອງປະຊຸມບັນດາສະຫາຍ ຜູ້ແທນໄດ້ພ້ອມກັນຄົ້ນຄວ້າ ຕົກລົງຫຼາຍບັນຫາທີ່ສຳຄັນ ຂອງກະຊວງປ້ອງກັນປະເທດ ດ້ວຍຄວາມເປັນເອກະພາບສູງ ພ້ອມທັງປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ຈຳນວນ 35 ສະຫາຍ ຍິງ 2 ສະຫາຍ ແລະ ຮັບຮອງເອົາຄະນະປະຈຳພັກ ຈຳນວນ 11 ສະຫາຍ ຮັບຮອງເອົາເລຂາ ຮອງເລຂາ ແລະ ປະທານ ຮອງປະທານກວດກາ, ແລະ ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ. ພ້ອມນັ້ນໄດ້ຜ່ານເອກະສານວ່າດ້ວຍບົດແນະນຳຂອງກົມໃຫຍ່ການເມືອງກອງທັບ, ກ່ຽວກັບການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສະບັບປັບປຸງໃໝ່, ຈາກນັ້ນສະຫາຍ ພັນໂທ ນາງ ວຽງສະຫັວນ ຊົມພູ ໄດ້ຜ່ານຄຳສັ່ງເພີ່ມເຕີມຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍກົດລະບຽບການນຳໃຊ້ອຸປະກອນສື່ສານປະເພດໂທລະສັບເຄື່ອນທີ່ ຄອມພິວເຕີ ແລະ ອື່ນໆ ໃນການຮັກສາຄວາມລັບຂອງນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວໃຫ້ເຂັ້ມງວດ, ຈາກນັ້ນ ສະຫາຍ ພັນເອກ ວຽງທອງ ພັດທະສິດ ກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ, ວ່າດ້ວຍການເລື່ອນຊັ້ນ ເລື່ອນທຽບຊັ້ນ ໃຫ້ນາຍທະຫານ 3 ກົມກອງ ໃນນີ້ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 7 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 6 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈຳນວນ 4 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈຳນວນ 11 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈຳນວນ 5 ສະຫາຍ.
ໂດຍ: ທອງຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















