ກຳມະການຝ່າຍຕ່າງໆ ລາຍງານຄວາມພ້ອມງານມະຫາກຳກີລາແຫ່ງຊາດ ຄັ້ງທີ XII
ເວລາອອກຂ່າວ: 2025-11-03 10:18:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 593 | ຄວາມນິຍົມ: ![]()
ວັນທີ 2 ພະຈິກ 2025 ນີ້, ທີ່ສຳນັກງານອົງການປົກຄອງ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມກຳມະການຝ່າຍຕ່າງໆ ລາຍງານຄວາມພ້ອມ ການຈັດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນວັນທີ 15-25 ພະຈິກ 2025 , ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຈັດງານ, ມີບັນດາຄະນະຮັບຜິດຊອບລະດັບຊາດ ຄະນະກຳມະການ ອະນຸກຳມະການ, ກອງເລຂາ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ທັງສູນກາງ ແລະ ນະຄອນຫຼວງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຟັງການລາຍງານ ແລະ ປຶກສາຫາລື ວຽກງານຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນຕົ້ນວຽກຕ່າງໆ ຂອງກຳມະການກອງເລຂາ ແລະ ຝ່າຍກຳມະການຕ່າງໆ ລາຍງານໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ເລຂາພັກເມືອງໄຊເສດຖາ ຮອງຫົວໜ້າກຳມະການກອງເລຂາ ຜູ້ປະຈຳການ; ລາຍງານການກະກຽມຄວາມພ້ອມຮອບດ້ານ ການແຂ່ງຂັນກີລາແຕ່ລະປະເພດ ຂອງກຳມະການເຕັກນິກ-ຈັດການແຂ່ງຂັນ ລາຍງານໂດຍທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກີລາລະດັບສູງ ຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນ; ລາຍງານຄວາມພ້ອມການປັບປຸງ ແລະ ສ້ອມແປງສະໜາມກີລາ ໂດຍທ່ານ ຄຳສິງ ເຢຍລີເຮີ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ກຳມະການຮັບຜິດຊອບປັບປຸງ ແລະ ສ້ອມແປງສະໜາມ; ລາຍງານການກະກຽມຄວາມພ້ອມວຽກງານຕ່າງໆ ຂອງພິທີເປີດ-ປິດ ໂດຍທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ຮອງຫົວໜ້າກຳມະ ການພິທີການເປີດ-ປິດ; ລາຍງານການຈັດສັນທີ່ພັກໃຫ້ຄູເຝິກ, ນັກກິລາ ໂດຍທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ນອກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະເໜີ ແລະ ການປະກອບຄຳຄິດເຫັນ ຈາກພາກສ່ວນຕ່າງໆ ທີ່ຢູ່ໃນຄະນະກຳມະການລະດັບຊາດ, ອະນຸກຳມະການ ແລະ ກອງເລຂາຕ່າງໆ ຕື່ມອີກ. ເຊິ່ງມີທັງຄວາມຄືບໜ້າຜົນສຳເລັດ ແລະ ບັນຫາຫຍຸ້ງຍາກທ້າທາຍຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ສຳເລັດໂດຍໄວ ກ່ອນຮອດມື້ພິທີເປີດຢ່າງເປັນທາງການໃນວັນທີ 15 ພະຈິກ 2025.
ພາຍຫຼັງໄດ້ຮັບຟັງການລາຍງານຈາກພາກສ່ວນຕ່າງໆ ແລ້ວທ່ານ ອາດສະພັງທອງ ສີພັນດອນ ໄດ້ສະຫຼຸບຕີລາຄາ ຜົນການເຄື່ອນໄຫວວຽກງານຕ່າງໆ ຂອງແຕ່ລະພາກສ່ວນທີ່ຄະນະກຳມະການລະດັບຊາດມອບວຽກໃຫ້ນັ້ນ ມາຮອດປັດຈຸບັນ ເຫັນວ່າມີຜົນສຳເລັດຫຼາຍດ້ານ, ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີບາງວຽກງານທີ່ຍັງບໍ່ທັນສຳເລັດຕາມແຜນການທີ່ວາງໄວ້ ເຊິ່ງແຕ່ລະພາກສ່ວນ ຈະຕ້ອງອອກແຮງສືບຕໍ່ຈັດຕັ້ງປະຕິບັດບໍ່ວ່າຈະເປັນວຽກງານສະຖານທີ່ຈັດພິທີເປີດ-ປິດ ວຽກງານປະດັບປະດາ ສະຖານທີ່ພັກເຊົາ ການບໍລິການຂົນສົ່ງມວນຊົນ ແລະ ນັກກີລາ ຂອງລົດເມສາທາລະນະ ອາຫານ-ເຄື່ອງດື່ມ ການປະສານຈຸດໄປຮັບນັກກິລາ ທີ່ເດີນທາງມາແຕ່ຕ່າງແຂວງ ແລະ ອື່ນໆ ຈົ່ງພ້ອມກັນຂຸ້ນຂ້ຽວ ຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ ກໍຄືສຳເລັດກ່ອນຮອດພິທີເປີດຢ່າງເປັນທາງການໃນວັນທີ 15 ພະຈິກ 2025.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















