ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຜູ້ແທນກົມພະນັກງານກອງທັບລາວ-ຫວຽດນາມ ແລກປ່ຽນບົດຮຽນຮ່ວມກັນ
ເວລາອອກຂ່າວ: 2019-08-22 08:38:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ການພົບປະແລກປ່ຽນບົດຮຽນ ລະຫວ່າງຄະນະຜູ້ແທນກົມພະນັກ ງານກອງທັບປະຊາຊົນລາວ ແລະ ຜູ້ແທນກົມພະນັກງານກອງທັບ ປະຊາຊົນຫວຽດນາມໄດ້ ຈັດຂຶ້ນ ໃນວັນທີ 20 ສິງຫາ 2019 ນີ້ ໂດຍມີ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າກົມພະນັກ ງານກົມໃຫຍ່ການເມືອງກອງ ທັບປະຊາຊົນລາວ, ສະຫາຍ ພົນ ຈັດຕະວາ ເລດຶກແມ໋ງ ຮອງ ຫົວ ໜ້າກົມພະນັກງານກົມໃຫຍ່ການ ເມືອງກອງທັບ ປະຊາຊົນຫວຽດ ນາມ, ມີຄະນະກົມ, ວິຊາການທັງ ສອງຝ່າຍເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ພູມີ ດາລາ ເພັດ ໄດ້ຕາງຫນ້າຄະນະກົມພະ ນັກ ງານ ກົມໃຫຍ່ການເມືອງກອງ ທັບປະຊາຊົນລາວຂໍສະແດງ ຄວາມຍິນດີທີ່ໄດ້ຕ້ອນຮັບການ ມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນກົມພະນັກງານ ກົມໃຫຍ່ການເມືອງກອງທັບປະ ຊາຊົນຫວຽດນາມ ເຊິ່ງໄດ້ນໍາ ເອົາຄວາມສາມັກຄີຮັກແພງໃນ ຖານະອ້າຍນ້ອງມາສູ່ພວກຂ້າພະເຈົ້າກໍຄືກອງທັບປະຊາຊົນ ລາວ ພ້ອມນັ້ນໄດ້ຕີລາໝາກຜົນ ການພົວພັນຮ່ວມ ມື 2 ກົມ ໃນໄລ ຍະທີ່ຜ່ານມາ ແມ່ນມີມາກຜົນທີ່ ໜ້າພໍໃຈບົນພື້ນຖານປະຕິບັດ ຕາມອານຸສັນຍາຂອງກົມກໍຄື ກົມໃຫຍ່ການເມືອງກອງທັບ ຜ່ານມາພວກເຮົາໄດ້ສົ່ງນາຍ ແລະ ພົນທະຫານ ໄປກໍ່ສ້າງແຕ່ ລະປີ 110-120 ສະຫາຍ, ນັບ ແຕ່ສົກຮຽນ 2017-2018 ເປັນ ຕົ້ນມາ ແລະ ໄດ້ເພີ່ມຂຶ້ນເປັນ 150 ສະຫາຍ ບໍ່ນັບການເຝິກອົບຮົມໄລ ຍະສັ້ນ ປີລະ 4-5 ຮ້ອຍກວ່າສະ ຫາຍ ນອກຈາກນີ້ແລ້ວ ກະຊວງ ປ້ອງກັນປະເທດຫວຽດນາມຍັງ ໄດ້ຊ່ວຍບັນດາເອກະສານທີ່ສໍາ ຄັນເຊັ່ນ: ກົດຫມາຍນາຍທະຫານ ກອງທັບປະຊາຊົນຫວຽດນາມ ເພື່ອເປັນບ່ອນອີງໃນການຄົ້ນ ຄວ້າປັບປຸງກົດຫມາຍນາຍທະ ຫານຂອງກອງທັບປະຊາຊົນ ລາວ ແລະ ອື່ນໆອີກ. ໃນການພົບປະແລກປ່ຽນບົດ ຮຽນໃນຄັ້ງນີ້ທັງສອງຝ່າຍໄດ້ ແລກປ່ຽນບົດຮຽນຮ່ວມກັນໃນ ຂົງເຂດວຽກງານພະນັກງານ ແລະ ດ້ານຕ່າງໆທີ່ທັງສອງຝ່າຍມີ ຄວາມສົນໃຈຮ່ວມກັນໂດຍສະ ເພາະດ້ານວຽກງານຈັດຕັ້ງປະ ກອບ- ເລື່ອນຊັ້ນ,ວຽກງານ ກໍ່ ສ້າງ ແລະ ບໍາລຸງພະນັກງານ, ຄຸ້ມ ຄອງສະຖິຕິ, ອຸດຫນູນ, ບໍານານ, ວິໄນ, ພັກແລ້ງ, ວຽກງານແຜນ ການສັງລວມ ແລະ ອື່ນໆອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ