ກອງບັນຊາການທະຫານແຂວງຈໍາປາສັກ ສະຫຼຸບວຽກງານປ້ອງກັນຊາດ ປະຈໍາໄຕມາດ lll
ເວລາອອກຂ່າວ: 2025-10-03 10:21:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1530 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄຕມາດ IV ປີ 2025 ຂອງກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດຂຶ້ນໃນ ວັນທີ 2 ຕຸລາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ກໍາມະການຄະນະປະຈໍາພັກແຂວງ, ຮອງປະທານຜູ້ປະຈໍາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຈໍາປາສັກ, ມີສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີ ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງກອງບັນຊາການ, ພະແນກການ ແລະ ພະນັກງານໃນກົມກອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ເພື່ອສະຫລຸບຖອດຖອນບົດຮຽນ ເສີມຂະຫຍາຍບັນດາຈຸດດີ ທີ່ພົ້ນເດັ່ນ ແລະ ແກ້ໄຂຂໍ້ຄົງຄ້າງປັບປຸງແບບແຜນໃຫ້ມີຄວາມລະອຽດ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃນສະເພາະໜ້າ ແລະ ໃນໄລຍະໃໝ່ໃຫ້ທັນສະພາບການ. ຈາກນັ້ນ ສະຫາຍ ພັນໂທ ພູເພັດ ວົງພົມ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈໍາໄຕມາດ III ແລະ ຜ່ານທິດທາງແຜນການປະຈໍາໄຕມາດ IV ປີ 2025 ຂອງກອງບັນຊາການທະຫານແຂວງຈໍາປາສັກ ເຊິ່ງຍົກໃຫ້ເຫັນໝາກຜົນໆງານ ແລະ ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ຄະນະພັກ-ຄະນະບັນຊາ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ ໂດຍຖືເອົາວຽກງານ 3 ສ້າງຂອງພັກຢູ່ຈຸດສຸມຂອງແຂວງ, ຂອງເມືອງ, ຂອງກຸ່ມບ້ານທີ່ລຽບຕາມຊາຍແດນ ແລະ ບັນດາເມືອງທີ່ຢູ່ແນວຫຼັງ. ວຽກງານແກ້ໄຂໜໍ່ແໜງທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບໄດ້ເຄື່ອນໄຫວອັດປ່ອງຂ້າມລອຍຕາມບໍລິເວນຊາຍແດນ, ປ້ອງກັນເຂດປ່າສະຫງວນ-ປ່າປ້ອງກັນຊາດ, ປ້ອງກັນເຂດຍຸດທະສາດທີ່ສຳຄັນ ແລະ ສະກັດກັ້ນກຸ່ມຄົນທີ່ບໍ່ດີລັກລອບຕັດໄມ້ເຂດປ່າສະຫງວນຢ່າງເຂັ້ມງວດ, ຈັດຕັ້ງຮື້ຖອນຫຼັກໝາຍຊາຍແດນທີ່ລ່ວງເລິກເຂົ້າມາດິນເຮົາ, ພ້ອມນັ້ນໄດ້ເອົາໃຈໃສ່ວຽກງານກຽມພ້ອມສູ້ຮົບ ແລະກອບກູ້ໄພພິບັດ ໃຫ້ມີຄວາມຮັບປະກັນສູງສຸດ, ເພື່ອຮັບປະກັນສ້າງໃຫ້ທ້ອງຖິ່ນແຂວງຈໍາປາສັກໄດ້ມີຄວາມສະຫງົບປອດໄພໂດຍພື້ນຖານ. ໃນກອງປະຊຸມກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນຢ່າງກົງໄປກົງມາໃສ່ບົດສະຫຼຸບຕື່ມອີກ.
ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນໆງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກຫຼາຍບັນຫາທີ່ສຳຄັນ ເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫາຍເຂົ້າໃນໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ.
ໂດຍ: ນາງ ສິລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















