ຄູຄືຜູ້ສ້າງຄົນໃຫ້ມີຄຸນນະພາບ ເພື່ອເປັນກຳລັງໃນການພັດທະນາສັງຄົມ ແລະ ເສດຖະກິດຂອງຊາດ
ເວລາອອກຂ່າວ: 2025-10-03 09:45:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1619 | ຄວາມນິຍົມ: ![]()
ວັນຄູແຫ່ງຊາດ ເປັນໜຶ່ງວັນທີ່ມີຄວາມໝາຍ ຄວາມສໍາຄັນຕໍ່ຜູ້ເປັນຄູ, ອາຊີບຄູ ເປັນອາຊີບໜື່ງທີ່ມີກຽດ, ມີຄວາມອົດທົນ, ຄູປຽບເໝືອນໝາກຫົວໃຈຂອງລະບົບການສຶກສາ, ປຽບເໝືອນແມ່ພິມຊອງຊາດ ເປັນພໍ່ແມ່ຜູ້ທີສອງຂອງນັກຮຽນ ທີ່ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນ. ດັ່ງນັ້ນ, ເພື່ອຍ້ອງຍໍ, ຊົມເຊີຍຜົນງານຂອງຄູທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະສົກຮຽນຜ່ານມາ, ເພື່ອລະນຶກເຖິງບຸນຄຸນຂອງຄູ, ຫວນຄືນມູນເຊື້ອການປະຕິບັດໜ້າທີ່ວຽກງານຂອງຄູໃນທຸກໆ ປີ ຈຶ່ງໄດ້ມີການສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນທົ່ວປະເທດ ເພື່ອຫວນຄືນມູນເຊື້ອປະຫວັດຂອງນາຍຄູຄໍາ.
ໃນໂອກາດວັນຄູແຫ່ງຊາດ 7 ຕຸລາ 2025 ຄົບຮອບ 31 ປີ ທີ່ຈະໝູນວຽນມາຮອດນີ້, ທ່ານ ນາງ ນາໄລ ແກ້ວປະເສີດ ຄູສອນ ຢູ່ໂຮງຮຽນມັດທະຍົມສົມບູນ ເອສໂອເອສ ວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ຄູ ຫຼື ອາຈານ ປຽບເໝືອນໝາກຫົວໃຈຂອງລະບົບການສຶກສາ ແມ່ນປັດໄຈສໍາຄັນໃນການກໍານົດຜົນການຮຽນຂອງນັກຮຽນ, ນັກສຶກສາ. ຂະນະດຽວກັນ ຄູຍັງເປັນຜູ້ສ້າງແຮງບັນດານໃຈ ແລະ ກະຕຸ້ນໃຫ້ນັກຮຽນມີຄວາມມັກຮັກໃນການຮຽນຮູ້, ຄົ້ນພົບຄວາມສາມາດຂອງຕົນເອງ ສາມາດເວົ້າໄດ້ວ່າ: ຄູຄືຜູ້ສ້າງຄົນໃຫ້ມີຄຸນນະພາບ ເພື່ອເປັນກຳລັງໃນການພັດທະນາສັງຄົມ ແລະ ເສດຖະກິດຂອງຊາດ, ຄູມີບົດບາດສໍາຄັນທີ່ສຸດ ແລະ ເປັນສູນກາງໃນການພັດທະນາ ຊັບພະຍາກອນມະນຸດ ເຊິ່ງເປັນກຳລັງຫຼັກໃນການສ້າງສາ ແລະ ພັດທະນາປະເທດຊາດ ບົດບາດສຳຄັນເຫຼົ່ານັ້ນລວມມີ ຄູເປັນຜູ້ສ້າງພື້ນຖານຄວາມຮູ້, ຖ່າຍທອດຄວາມຮູ້, ທັກສະພື້ນຖານ, ແນວຄິດທີ່ຈຳເປັນ ເພື່ອໃຫ້ນັກຮຽນສາມາດນຳໄປຕໍ່ຍອດໃນການຮຽນຮູ້ຂັ້ນສູງ. ນອກຈາກນີ້, ຄູຍັງເປັນຜູ້ປູກຝັງຄຸນສົມບັດ, ເປັນຜູ້ສອນໃຫ້ນັກຮຽນຮູ້ຈັກຄຸນສົມບັດ, ຈັນຍາບັນ, ຄວາມຮັບຜິດຊອບ, ລະບຽບວິໄນ ແລະ ການຢູ່ຮ່ວມກັນໃນສັງຄົມ. ຄູໄດ້ກາຍເປັນຜູ້ພັດທະນາທັກສະ ທີ່ສຳຄັນໃນຍຸກສະໄໝປັດຈຸບັນ ເຊັ່ນ: ການຄິດວິເຄາະ, ການແກ້ໄຂບັນຫາ, ການເຮັດວຽກເປັນທີມ ແລະ ການສື່ສານ. ໃນໂອກາດນີ້, ໂຮງຮຽນ ເອສໂອເອສ ວຽງຈັນ ຈະໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 6 ຕຸລາ 2025 ນີ້, ເພື່ອຫວນຄືນມູນເຊື້ອປະຫວັດຂອງນາຍຄູຄໍາ, ໄຫວ້ຄູ, ມີການສະແດງສິລະປະ ແລະ ຍ້ອງຍໍຊົມເຊີຍ ຄູ-ອາຈານ, ນັກຮຽນດີ-ຮຽນເກັ່ງໃນສົກຮຽນຜ່ານມາ ຕື່ມອີກ.
ທ່ານ ນາງ ນາໄລ ແກ້ວປະເສີດ ຍັງໄດ້ໃຫ້ຮູ້ອີກວ່າ: ເພື່ອໃຫ້ການຮຽນ-ການສອນ ມີປະສິດທິພາບສູງສຸດ, ຄູຕ້ອງບໍ່ຢຸດນິ້ງໃນການພັດທະນາ ແລະ ປັບປຸງຕົນເອງ ໃຫ້ທັນກັບສະພາບການປ່ຽນແປງ ສິ່ງທີ່ຄູຄວນພັດທະນາ ແລະ ປັບປຸງຕົນເອງຫຼາຍດ້ານ ເປັນຕົ້ນແມ່ນດ້ານຄວາມຮູ້ ແລະ ວິຊາຊີບ ໂດຍສະເພາະ ຕ້ອງອັບເດດເນື້ອໃນວິຊາ, ຕ້ອງຕິດຕາມຄວາມຮູ້ໃໝ່ໆ ແລະ ຄວາມກ້າວໜ້າໃນສາຂາວິຊາ ທີ່ຕົນເອງສອນຢູ່ສະເໝີ ແລະ ນຳໃຊ້ເຕັກໂນໂລຊີ ພັດທະນາທັກສະໃນການໃຊ້ເຄື່ອງມື ແລະ ເຕັກໂນໂລຊີດີຈິຕອນ ເຂົ້າໃນການສອນ ເພື່ອເຮັດໃຫ້ການຮຽນຮູ້ໜ້າສົນໃຈ, ສ່ວນດ້ານທັກສະ ແລະ ທັດສະນະຄະຕິ ໃນການປະເມີນຜົນການຮຽນ ຕ້ອງປັບປຸງວິທີການວັດແທກ ແລະ ປະເມີນຜົນການຮຽນໃຫ້ນອກເໜືອຈາກການສອບເສັງ ເພື່ອວັດແທກຄວາມເຂົ້າໃຈ ແລະ ທັກສະຕົວຈິງຂອງນັກຮຽນໄດ້ຢ່າງຮອບດ້ານ.
ໂດຍ: ສຸກສົງການ ຫຼ້າບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















