ບຸນອອກພັນສາປະວໍຣະນາ ເປັນໜຶ່ງໃນງານບຸນປະເພນີ ຂອງຊາວພຸດທະສາສະໜາ ທີ່ມີຄວາມໝາຍສຳຄັນ
ເວລາອອກຂ່າວ: 2025-10-03 09:44:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1237 | ຄວາມນິຍົມ: ![]()
ບຸນອອກພັນສາປະວໍຣະນາ ເປັນໜຶ່ງໃນງານບຸນປະເພນີ ຂອງຊາວພຸດທະສາສະໜາ ທີ່ມີຄວາມໝາຍສຳຄັນ ເຊິ່ງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດກັນມາຈົນຮອດປັດຈຸບັນ.
ພະອາຈານ ບຸນເພັງ ແກ້ວມະນີວົງ ຮອງເຈົ້າອະທິການວັດຊ້າງຄູ້ ສຸຂະຣາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບ ໃນວັນທີ 2 ຕຸລາ 2025 ນີ້ວ່າ: ເນື່ອງໃນ ໂອກາດ ວັນອອກພັນສາ ໃນມື້ຂຶ້ນ 15 ຄໍ່າເດືອນ 11 ລາວ, ປີນີ້ ແມ່ນກົງກັບວັນອັງຄານ ວັນທີ 7 ຕຸລາ 2025, ບຸນອອກພັນສາປະວໍຣະນາ ມີປະຫວັດຄວາມເປັນມາ ຄື: ຄຳວ່າ: ພັນສາ ໄດ້ແກ່ປີ ຫຼື ລະດູຝົນ ພາຍໃນປີໜຶ່ງມີ 4 ເດືອນ ແຕ່ໄດ້ອະນຸຍາດໃຫ້ພະສົງສາມະເນນ ຈຳພັນສາເປັນເວລາ 3 ເດືອນຄື: ເລີ່ມແຕ່ແຮມ 1 ຄໍ່າເດືອນ 8 ລາວ ເຖິງມື້ຂຶ້ນ 15 ຄໍ່າເດືອນ 11 ລາວ, ຄຳວ່າ: ອອກ ໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດໄປພັກແຮມບ່ອນອື່ນໄດ້ ຈຶ່ງເອີ້ນວ່າ: ບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວ ເພື່ອເປີດໂອກາດໃຫ້ແກ່ພະສົງສາມະເນນ ໄດ້ກະທຳກິດຂອງພະສາສະໜາເຊັ່ນ: ໄປເທດສະໜາສັ່ງສອນທາງທຳໃຫ້ປະຊາຊົນ ໄປບວດລູກຫຼານ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດຕິພີ່ນ້ອງ ອຸປະຊາອາຈານ ເປັນຕົ້ນ ແຕ່ກ່ອນຈະອອກພັນສາ ພະສົງຕ້ອງປະວໍຣະນາຕົວກ່ອນ. ຄຳວ່າ: ປະວໍຣະນາ ແປວ່າ: ການເປີດໂອກາດໃຫ້ພະສົງວ່າກ່າວຕັກເຕືອນກັນໄດ້ ເພາະວ່າເມື່ອອອກພັນສາແລ້ວຕ່າງຄົນຕ່າງໄປ ບາງເທື່ອອາດຈະມີຜູ້ເຮັດຜິດລະບຽບ, ວິໄນ ຂອງພະສົງ ຜູ້ມີເຈດຕະນາດີ ກໍຈະສາມາດຕັກເຕືອນເຊິ່ງກັນ ແລະ ກັນໄດ້, ຂອບເຂດການປະວໍຣະນາ ກຳນົດແຕ່ ແຮມ 1 ຄໍ່າເດືອນ 8 ຮອດ ມື້ຂຶ້ນ 15 ຄໍ່າເດືອນ 11 ລາວ. ສຳລັບການເຮັດບຸນ ແມ່ນເລີ່ມແຕ່ພະສົງສາມະເນນ ຈະຕື່ນແຕ່ເຊົ້າ, ຕີກອງເດິກ, ຕີຄ້ອງ, ຕີລະຄັງ ໄຫວ້ພະ ສູດມົນພ້ອມກັນ ແລ້ວກ່າວຄຳປະວໍຣະນາອອກພັນສາໃນມື້ຂຶ້ນ 15 ຄໍ່າເດືອນ 11, ສ່ວນຝ່າຍຄະລືຫັດ (ຊາວບ້ານ) ສັດທາຊາວບ້ານ ກໍກຽມຕົວມາເຮັດບຸນກຸສົນ ກຽມວັດຖຸທານຕ່າງໆ ມາຖວາຍທານ ຮັກສາສິນ ຟັງທຳມະເທດສະໜາ ຮ່ວມກັນທີ່ວັດ, ໄຕ້ປະທີບໄຫຼເຮືອໄຟທາງນໍ້າ, ທາງບົກ, ຈູດບັ້ງໄຟດອກ ເພື່ອບູຊາ
ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ໃນເຂດວັດບ່ອນທີ່ເໝາະສົມ ພໍຮອດຕອນຄ່ຳ ກໍຈະນຳປະທີບນໍ້າມັນ, ດອກໄມ້ ທູບທຽນ ມາຈູດໄຕ້ບູຊາພະຣັດຕະນະໄຕ ບາງບ່ອນຢູ່ໃກ້ແມ່ນ້ຳ ກໍເຮັດເຮືອໄຟແລ້ວນຳໄປໄຫຼນ້ຳ ຖືວ່າການບູຊາປະທີບນ້ຳມັນນັ້ນ ມີອານິສົງຫຼາຍ ເຊັ່ນ: ພະອານຸຣຸດທະເຖຣະ ເປັນພະສາວົກ ທີ່ໄດ້ຍົກຍ້ອງວ່າເປັນພະອໍຣະຫັນຜູ້ມີຕາທິບ ເບິ່ງກວ້າງເຫັນໄກໄດ້ ເພາະອານິສົງຖວາຍປະທີບໃນເມື່ອກ່ອນຈຶ່ງນິຍົມກັນມາຮອດປັດຈຸບັນ.
ໂດຍ: ອານຸສອນ ສິມວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















