ເປັນເຈົ້າການຄຸ້ມຄອງ, ຮັບ ແລະ ເບີກຈ່າຍອຸປະກອນເຕັກນິກ-ນ້ຳມັນເຊື້ອໄຟ ໃຫ້ບັນດາກົມກອງ
ເວລາອອກຂ່າວ: 2025-10-03 09:27:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 657 | ຄວາມນິຍົມ: ![]()
ສາງນ້ຳມັນ ເລກ 5 ກອງທັບ ແມ່ນສາງຍຸດທະສາດ ຂອງກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການນຳພາ-ຊີ້ນຳຮອບດ້ານ ໂດຍກົງຈາກຄະນະພັກອົງການ ກົມໃຫຍ່ພະລາທິການກອງທັບກໍຄືກົມນ້ຳມັນເຊື້ອໄຟ, ມີບົດບາດເປັນເສນາທິການໃຫ້ແກ່ກົມນ້ຳມັນເຊື້ອໄຟກ່ຽວກັບວຽກງານວິຊາສະເພາະ, ມີໜ້າທີ່ຄຸ້ມຄອງ, ຮັບ ແລະ ເບີກຈ່າຍ ອຸປະກອນເຕັກນິກ-ນ້ຳມັນເຊື້ອໄຟ ໃຫ້ບັນ ດາກົມກອງທີ່ກົມນ້ຳມັນເຊື້ອໄຟແກ້ໃຫ້ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ປັບປຸງສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ຮອບດ້ານ.
ສະຫາຍ ພັນໂທ ຫັດສະດີ ວັນນະວົງ ຫົວໜ້າສາງນ້ຳມັນເລກ 5 ກອງທັບ ໃຫ້ຮູ້ວ່າ: ປັດ ຈຸບັນ ສາງນ້ຳມັນເລກ 5 ກອງທັບ ປະກອບມີ 5 ຂະແໜງການຄື: ຂະແໜງແຜນການ, ຂະແໜງບໍລິຫານ, ຂະແໜງເຕັກນິກອຸ ປະກອນ, ຂະແໜງວິໄຈນ້ຳມັນ ແລະ ຂະແໜງນ້ຳມັນເຊື້ອໄຟ, ສ່ວນດ້ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນໜ້າ ທີ່ໃຈກາງ ມີ 3 ຂະແໜງການ ຄື: ຂະແໜງເຕັກນິກອຸປະກອນ, ຂະແໜງວິໄຈນ້ຳມັນເຊື້ອໄຟ ແລະ ຂະແໜງນ້ຳມັນເຊື້ອໄຟ, ໃນໄລຍະຜ່ານມາບັນດາຂະແໜງການດັ່ງກ່າວ ໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເປັນເຈົ້າການຮັບ-ຈ່າຍ ແລະ ຄຸ້ມຄອງວັດຖຸ ເປັນຕົ້ນແມ່ນ: ວັດຖຸຮັບໃຊ້ ນ້ຳມັນ, ລົດສະແຕັກຂົນສົ່ງນ້ຳມັນເຊື້ອໄຟ ໃຫ້ບັນດາກົມກອງ, ກວດກາລະບົບເຕັກນິກຕ່າງໆ ຢູ່ພາຍໃນສາງ ນອກນີ້, ຍັງໄດ້ເອົາໃຈໃສ່ເອົາແບບນ້ຳມັນເຂົ້າຫ້ອງວິໄຈກວດກາ ຄຸນະພາບ ໄດ້ຖືກຕ້ອງຕາມມາດຕະຖານ, ຮັບ-ຈ່າຍ ແລະ ຄຸ້ມຄອງນ້ຳມັນແຕ່ລະຊະ ນິດ ຄື: ນ້ຳມັນເຄື່ອງອາວຸດ, ນ້ຳມັນເຄື່ອງຍົນ, ນ້ຳມັນເຄື່ອງລົດ, ນ້ຳມັນແອັດຊັງພິເສດຍົນ, ນ້ຳມັນກາດຍົນ, ນ້ຳມັນແອັດຊັງ ແລະ ກາຊວນ, ການຄຸ້ມຄອງແມ່ນ ໄດ້ຈັດຕັ້ງເປັນຄະນະເພື່ອລົງກວດກາວັດແທກນ້ຳມັນຕົວຈິງມາສົມທຽບ ລາຍຮັບ-ລາຍຈ່າຍ ເພື່ອຈະໄດ້ແກ້ໄຂໃຫ້ທັນເວລາ.
ສະຫາຍ ພັນຕີ ສີພອນ ຫງ່າສະຫວັນ ຫົວໜ້າຂະແໜງຮັບປະກັນນໍ້າມັນເຊື້ອໄຟ ສາງນ້ຳມັນ ເລກ 5 ກອງທັບ ໃຫ້ຮູ້ວ່າ: ສຳລັບການເບີກຈ່າຍນ້ຳມັນເຊື້ອໄຟ ແມ່ນອີງຕາມ ຄຳສັ່ງຂອງຂັ້ນເທິງ, ເບີກຈ່າຍດ້ວຍບັດ, ບົງ, ການຈັດຕັ້ງປະຕິບັດ ໃນການເບີກຈ່າຍ ແມ່ນແບ່ງອອກເປັນ 3 ພາກສ່ວນຄື: ການເບີກຈ່າຍບໍລິມາດ, ການເບີກຈ່າຍກົງເຕີ ແລະ ການເບີກຈ່າຍນ້ຳມັນຫຼໍ່ລື່ນຊະນິດຕ່າງໆ.
ໂດຍຕິດພັນກັບວຽກງານວິຊາສະເພາະແລ້ວ, ສາງນ້ຳມັນເລກ 5 ກອງທັບ ຍັງໄດ້ເປັນເຈົ້າການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ເປັນຮູບປະທຳຕົວຈິງເປັນຕົ້ນແມ່ນ ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກຳລັງ,ກໍ່ສ້າງພັກ-ພະນັກງານ ແລະ ວຽກງານອື່ນທີ່ອ້ອມໜ້າທີ່ການເມືອງຂອງກົມກອງ, ເຊິ່ງໃນໄລຍະຜ່ານມາ ກົມກອງໄດ້ຮັບການຍ້ອງຍໍຈາກຂັ້ນເທິງຄື: ກົມກອງລວມໝູ່ຢັ້ງຢືນເປັນກອງ 3 ປອດ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ດີຕະຫຼອດມາ, ບຸກຄົນໄດ້ຮັບການຍ້ອງຍໍ, ໄດ້ຮັບຫຼຽນກາ, ຫຼຽນໄຊ, ໄດ້ຮັບການເລື່ອນຊັ້ນ ແລະ ໄດ້ຮັບມອບໝາຍໜ້າທີ່ໃໝ່. ນອກນີ້, ຄະນະພັກ-ຄະນະບັນຊາຍັງໄດ້ເອົາໃຈໃສ່ຊີ້ນຳບັນດາຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດໜ້າທີ່ຂອງຕົນຢ່າງເຕັມສ່ວນ ນອກນັ້ນ, ຍັງໄດ້ສຸມໃສ່ວຽກງານຂະບວນການອອກແຮງງານລວມໝູ່ພາຍໃນກົມກອງ, ວຽກງານພະລາທິການແກ້ໄຂຊີວິດການເປັນນຢູ່ ດ້ວຍການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ຕາມທ່າແຮງບົ່ມຊ້ອນຂອງກົມກອງ.
ສະຫາຍ ພັນໂທ ຫັດສະດີ ວັນນະວົງ ໄດ້ໃຫ້ຮູ້ຕື່ມວ່າ: ສຳ ລັບແຜນການພັດທະນາ ແລະ ປັບປຸງສາງນ້ຳມັນເລກ 5 ກອງ ທັບ ໃນຕໍ່ໜ້າ ຕ້ອງຖືເປັນສຳຄັນຕໍ່ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃຫ້ພະ ນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ນຳເອົາມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ມາຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ສືບຕໍ່ສ້າງພະນັກງານສືບທອດປ່ຽນໃຫ້ມີຄຸນນະພາບ ເພື່ອພັດທະນາກົມກອງໃຫ້ມີໂສມໜ້າໃໝ່ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳໄຕ ຈັນນະຄອນ (ວິທະຍຸກະຈາຍສຽງກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















