ຍົກສູງຄວາມຮັບຜິດຊອບໃນການເຝິກຊ້ອມ ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຈົບງາມ
ເວລາອອກຂ່າວ: 2025-10-03 09:23:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 694 | ຄວາມນິຍົມ: ![]()
ພາຍຫຼັງໄດ້ຮັບຄຳສັ່ງຈາກກະຊວງປ້ອງກັນປະເທດ ມອບໃຫ້ກ້ອນກຳລັງປ້ອງກັນອາກາດ ເຝິກແອບເດີນສວນສະໜາມ ເພື່ອເຂົ້າຮ່ວມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ຄະນະຮັບ ຜິດຊອບກ້ອນກຳລັງທຸກພາກສ່ວນກໍຮີບຮ້ອນຄັດເລືອກເອົາພະນັກງານ-ນັກຮົບ ຜູ້ທີ່ໄດ້ມາດ ຕະຖານເງື່ອນໄຂ ຈຳນວນທັງໝົດ 134 ສະຫາຍ ເຂົ້າເຝິກແອບເດີນສວນສະໜາມຕາມກຳນົດເວລາທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ສະຫາຍ ຮ້ອຍເອກ ທັນວິໄລ ໄຊຍະຫົງ ຄູເຝິກກ້ອນສວນສະໜາມ ກ້ອນກຳລັງປ້ອງກັນອາ ກາດ ໄດ້ຕາງໜ້າໃຫ້ອ້າຍນ້ອງໃນກ້ອນກຳລັງ ສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດເຂົ້າຮ່ວມເດີນຂະບວນສວນສະໜາມຂອງກຳລັງປ້ອງກັນຊາດ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ, ສຳລັບການກະກຽມການເຝິກຊ້ອມໄລຍະທຳອິດ ແມ່ນໄດ້ເຝິກຊ້ອມບັນດາຈັງຫວະ, ບາດກ້າວຕ່າງໆ ແລະ ລະບຽບວິໄນໃຫ້ມີຄວາມເປັນເອກະພາບ, ພ້ອມພຽງ, ຈົບງາມ, ໄລຍະທີ 2 ແມ່ນໄດ້ປະສານກຳລັງລວມໝູ່ ແລະ ໄລຍະທີ 3 ແມ່ນຈະໄດ້ເຄື່ອນກຳລັງໄປເຝິກຊ້ອມຢູ່ເດີນພະທາດຫຼວງ ຈົນຮອດມື້ສຳເລັດ.
ໃນນາມຄູເຝິກ ສະຫາຍ ສະຫາຍ ຮ້ອຍເອກ ທັນວິໄລ ໄຊຍະຫົງ ໄດ້ຮຽກຮ້ອງໃຫ້ອ້າຍນ້ອງພະ ນັກງານ-ນັກຮົບ ກ້ອນກຳລັງປ້ອງກັນອາກາດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າໃນການ ຈັດຕັ້ງປະຕິບັດແຜນການຫັດແອບເຝິກຊ້ອມ, ເອົາໃຈໃສ່ກຳແໜ້ນດ້ານຫຼັກການ, ການເຄື່ອນເໜັງເຕັກນິກຈັງຫວະຕ່າງໆ ໃຫ້ ຖືກຕ້ອງ ແລະ ຄົບຖ້ວນ ທັງຮັບ ປະກັນໄດ້ຄວາມປອດໄພ ເເລະ ຄວາມເປັນລະບຽບຈົບງາມ. ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ຕາງໜ້າໃຫ້ອ້າຍນ້ອງພະນັກງານ-ນັກຮົບ ກ້ອນກຳລັງປ້ອງກັນອາກາດ ຂໍອວຍພອນໄຊອັນປະເສີດ ໃຫ້ການນຳພັກ-ລັດ, ຄະນະນຳກະຊວງປ້ອງກັນ ປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນຳພາ-ຊີ້ນຳປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງບໍ່ຢຸດຢັ້ງ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















