ຖືສຳຄັນຕໍ່ວຽກງານການຄຸ້ມຄອງທັບ-ລ້ຽງດູທັບ
ເວລາອອກຂ່າວ: 2025-10-03 09:21:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 584 | ຄວາມນິຍົມ: ![]()
ຕະຫຼອດໄລຍະຜ່ານມາກໍຄືປັດຈຸບັນ ໂຮງງານ ອ2 ຍາມໃດຄະນະພັກ-ຄະນະບັນຊາ ກໍໄດ້ຖືເປັນສຳຄັນ ຕໍ່ວຽກງານການຄຸ້ມຄອງທັບ-ລ້ຽງດູທັບ ໂດຍການຍົກສູງນ້ຳໃຈທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງທີ່ກົມໃຫຍ່ພະລາທິການກອງທັບວາງອອກເພື່ອສູ້ຊົນປະຕິບັດບັນດາຕົວເລກຄາດໝາຍແຕ່ລະດ້ານໃຫ້ມີຜົນສຳເລັດ ທັງຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບໃນກົມກອງ ໃຫ້ດີຂຶ້ນເປັນກ້າວໆ.
ສະຫາຍ ພັນໂທ ອຳໄພ ທຳມະວົງສາ ຮອງຫົວໜ້າພະແນກພະລາທິການ ໂຮງງານ ອ2 ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດນຳດັ່ງກ່າວ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານວິຊາສະເພາະທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຊີ້ນຳພະນັກງານ-ນັກ ຮົບພາຍໃນກົມກອງ ເອົາໃຈໃສ່ສ້າງພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ ແລະ ມີຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນວຽກງານ 4 ປູກ 4 ລ້ຽງ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວ ພ້ອມກັນຈັດຕັ້ງຜັນຂະ ຫຍາຍເຂົ້າໃນຊີວິດປະຈຳວັນ ດ້ວຍຄວາມຮັບຜິດຊອບສູງ, ສະ ແດງອອກໃນປີທີ່ຜ່ານມາ ປູກພືດຜັກຊະນິດຕ່າງໆ ສາມາດເກັບກູ້ໄດ້ 786 ກິໂລ ເປັນເງິນ 10 ລ້ານກວ່າກີບ, ຂາຍຖ່ານ 372 ເປົາ ເປັນເງິນ 3 ລ້ານກວ່າກີບ, ເກັບກູ້ມັນຕົ້ນໄດ້ 14.460 ກິໂລ ເປັນເງິນ ເກືອບ 14 ລ້ານກີບ, ສ່ວນວຽກງານລ້ຽງສັດ ສາມາດຂາຍປາໜອງ ສາງ 4 ໄດ້ 837 ກິໂລ ຄິດເປັນເງິນ 33 ລ້ານກວ່າກີບ, ລ້ຽງກົບຂາຍໄດ້ 71 ກິໂລ ຄິດເປັນເງິນເກືອບ 5 ລ້ານກີບ, ລ້ຽງໝູຂາຍ 3 ງວດ ຄິດເປັນເງິນ 145 ລ້ານກວ່າກີບ, ລ້ຽງປາດູກພັນຂາຍໄດ້ 225 ກິໂລ ເປັນເງິນ 10 ລ້ານກວ່າກີບ ແລະ ບໍລິການປັ່ນເຂົ້າໄດ້ 95 ເປົາເທົ່າກັບ 5.033 ກິໂລ ຄິດເປັນເງິນ 40 ລ້ານກວ່າກີບ. ຜ່ານການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ສາມາດສ້າງລາຍຮັບໄດ້ທັງໝົດ 291 ລ້ານກວ່າກີບ ທຽບໃສ່ແຜນ ການສາມາດບັນລຸໄດ້ຕາມຄາດ ໝາຍທີ່ວາງໄວ້.
ສະຫາຍ ພັນໂທ ອຳໄພ ທຳມະວົງສາ ໃຫ້ຮູ້ຕື່ມວ່າ: ແຜນ ການໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈວຽກງານ 4 ປູກ 4 ລ້ຽງຂອງກົມໃຫຍ່ ພະລາທິການກອງທັບວາງອອກ ດ້ວຍການເຊີດຊູນ້ຳໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນທີ່ມີພາຍໃນກົມກອງເພື່ອທຳການຜະລິດແກ້ໄຂຊີວິດການເປັນຢູ່, ເອົາໃຈໃສ່ວຽກງານຜະລິດແກ້ໄຂ້ຊີວິດການເປັນຢູ່ພາຍໃນກົມ ກອງ ດ້ວຍການຍູ້ແຮງການປູກ ພືດຕາມລະດູການ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ເພື່ອສະໜອງເຂົ້າເຮືອນຄົວລວມ, ສືບ ຕໍ່ຊຸກຍູ້ບັນດາພະແນກ, ຂະ ແໜງ ແລະ ອົງການຈັດຕັ້ງມະຫາຊົນ ລ້ຽງສັດປະເພດຕ່າງໆ ຕາມເງື່ອນໄຂຕົວຈິງ ເພື່ອສະໜອງຊີ້ນເຂົ້າເຮືອນຄົວລວມ ແລະ ຂາຍແກ້ໄຂຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບໃນກົມກອງ ແລະ ສືບຕໍ່ເອົາໃຈໃສ່ກໍ່ສ້າງປັບ ປຸງສະຖານທີ່ຄ້າຍຄູ ໃຫ້ແໜ້ນໜາຖາວອນ ເພື່ອເຮັດໃຫ້ກົມກອງເປັນກອງວັດທະນະທຳ.
ໂດຍ: ນົກ ບຸນມາເລີດ (ວິທະຍຸກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















