ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ສ່ອງ​ແສງ​ປະຈຳ​ເດືອນ​ວຽກ​ງານ​ສື່​ມວນ​ຊົນ​ກອງທັບ
ເວລາອອກຂ່າວ: 2025-10-03 09:18:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 658 | ຄວາມນິຍົມ:



ໃນ​ວັນ​ທີ 30 ກັນຍາ 2025 ນີ້, ຢູ່​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ ໄດ້​ເປີດ​ກອງ​ປະຊຸມ​ສ່ອງ​ແສງ​ປະຈຳ​ເດືອນ​ຂອງ​ບັນດາ​ກອງ​ສື່​ມວນ​ຊົນກ​​ອງ​ທັບ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າ​ກົມ​ ໂຄສະນາ​ອົບຮົມ ກົມ​ໃຫຍ່​ການ ເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະ ນະ​ບັນຊາ 8 ກອງ​ສື່​ມວນ​ຊົນ​ກອງທັບ​ເຂົ້າ​ຮ່ວມ. ບັນດາ​ກອງ​ສື່​ມວນ​ຊົນ​ກອງທັບ ໄດ້​ລາຍ​ງານ, ແລກປ່ຽນ​ບົດຮຽນ​ໃນ​ການ​ປະຕິວັດ​ວຽກ​ງານ​ສື່​ມວນ​ຊົນ​ຂອງ​ແຕ່​ລະ​ກົມ​ກອງ ການ​ອອກ​ແບບ​ຜະລິດ​ສະປອດ​ໂຄສະນາ​ໃນ​ຮູບ​ແບບ​ຕ່າງໆ ນັບ​ທັງ​ດ້ານ​ຂ່າວສານ, ສາລະ​ຄະດີ, ລາຍ​ການບັນເທິງ ແລະ ການ​ຕະ ຫຼາດ​ດີ​ຈີ​ຕອນ ໂດຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ​ທັນ​ສະໄໝ ເພື່ອ​ໂຄສະນາ​ອອກ​ສື່​ສັງຄົມ​ອອນ ​ລາຍໃຫ້​ກວ້າງຂວາງ ແລະ ມີ​ ຄຸນ​ນະ​ພາບ. ພ້ອມ​ນັ້ນ ຍັງເປັນ ​ການ​ປະກອບສ່ວນ​ເຂົ້າ​ໃນການ​ເສີມ​ຂະຫຍາຍ​ມູນເຊື້ອ​ຂອງ​ກອງທັບ ແລະ ເປັນ​ການ​ພັດທະນາ​ທັກ​ສະ​ທີ່​ຈຳເປັນ​ໃນ​ຍຸກ​ດີ​ຈີ​ຕອນ​ຂອງ​ສື່​ມວນ​ຊົນ​ກອງທັບ ໂດຍ​ສະເພາະ​ຂອງ​ກອງທັບ​ປະຊາຊົນ​ລາວ ໃຫ້​ມີ​ຄວາມ​ທັນ​ສະໄໝ ແລະ ສອດຄ່ອງ​ກັບ​ສະພາບ​ການ​ໃນ​ປັດຈຸບັນ. ໂອກາດ​ນີ້, ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ແລະ ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ບັນດາ​ກົມ​ກອງ​ສື່​ມວນ​ຊົນ​ທີ່​ສ້າງ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ຮຽກຮ້ອງ​ໃຫ້ສືບຕໍ່​ສຶກ​ສາ​ອົບຮົມ​ການເມືອງ​-ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ຢ່າງ​ຕໍ່​ເນື່ອງ, ສືບຕໍ່​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ຕົວ​ຈິງ ເພື່ອ​ເຮັດ​ໃຫ້​ການເຄື່ອນໄຫວ​ວຽກ​ງານ​ບັນດາ​ກອງ​ສື່​ມວນ​ຊົນ​ໃນ​ກອງທັບ​ມີ​ປະ ສິດທິພາບ ແລະ ຄຸນ​ນະ​ພາບ. ​ໂດຍ: ວຽງ​ໄຊ ຄູນ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ