ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຄະນະ​ຮັບຜິດຊອບວຽກ​ງານ​ການເມືອງ ພົບ​ປະ​ຊີ້​ນຳ ຄະນະ​ຮັບຜິດຊອບ​ຫັດ​ແອບ​ ສວນສະໜາມສະເຫຼີມສະຫຼອງ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-10-03 09:13:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 679 | ຄວາມນິຍົມ:



ເພື່ອ​ເຮັດ​ໃຫ້​ການເຄື່ອນໄຫວ​ວຽກ​ງານ​ການເມືອງຮັບປະກັນ​ໃຫ້​ແກ່​ການຈັດຕັ້ງຫັດແອບກ້ອນ ​ກຳລັງເຂົ້າຮ່ວມ ເດີນສວນສະ ໜາມສະເຫຼີມສະຫຼອງວັນ​ສະຖາ ປະນາ ​ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໃຫ້​ໄດ້​ຮັບ​ຜົນ​ດີໃນ​ ວັນ​ທີ 1 ຕຸລາ 2025 ນີ້, ຄະນະຮັບຜິດຊອບ​ວຽກ​ງານການເມືອງ ນຳ​ໂດຍ ສະຫາຍ ພັນ​ໂທ ກູມົວ ຈົງຕົວ ຮອງ​ຫົວໜ້າ​ກົມ​ນະໂຍບາຍ ກົມ​ໃຫຍ່​ການເມືອງ​ກອງທັບ, ຮອງ​ຫົວໜ້າ​ຄະນະ​ຮັບຜິດຊອບ​ວຽກ​ງານ​ການເມືອງ ພ້ອມ​ດ້ວຍ​ຄະ ນະໄດ້​ເຄື່ອນ​ໄຫວ​ພົບ​ປະ​ຊຸກຍູ້ ຄະນະ​ຮັບຜິດຊອບ​ກ້ອນ​ກຳລັງ​ຫັດ​ແອບ​ເຂົ້າ​ຮ່ວມ​ສວນສະໜາມ ສະເຫຼີມສະຫຼອງວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ ທີ່​ສະໜາມ​ເຝິກຊ້ອມ​ກອງພັນ​ໃຫຍ່ 605, ໂດຍ​ມີ​ ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 605 ພ້ອມ​ດ້ວຍ​ຄະນະ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ກູ​ມົວ ຈົງ​ຕົວ ໄດ້​ອະທິບາຍ​ຕໍ່​ຄະນະ​ຮັບຜິດຊອບ​ຫັດ​ແອບ​ສວນສະໜາມ ສະເຫຼີມ ສະຫຼອງ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ ວ່າ: ໂດຍ​ອີງ​ ຕາມຄຳ​ແນະນຳຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ​ໄລຍະ​ສັ້ນ​ຂອງ​ບັນດາ​ກ້ອນ​ກຳລັງ​ຫັດ​ແອບ, ຄຳ​ແນະນຳ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກ່ຽວ​ກັບ​ການ​ຄັດ​ເລືອກ​ຜົນງານ​ຍ້ອງຍໍ​ຂອງ​ນາຍ ແລະ ພົນທະຫານ​ທີ່​ເຂົ້າ​ຮ່ວມ​ຫັດ​ແອບ​ເດີນ​ສວນ ສະໜາມ​ສະເຫຼີມສະຫຼອງ​ວັນ​ສະ ຖາປະນາ ​ສປປ ລາວ ຄົບຮອບ 50 ປີ ເພື່ອ​ເຮັດ​ໃຫ້ການ​ເຝິກຊ້ອມ​ສຳເລັດ​ຢ່າງ​ມີ​ປະ​ສິດທິ​ຜົນ ເພື່ອ​ເປັນ​ການ​ທົບ​ທວນ​ມູນເຊື້ອ 50 ປີ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຢ່າງ​ມີ​ໄຊ ກ້າວ​ໄປ​ສູ່​ການ​ສະຖາປະນາ ​ສປປ ລາວ ຢ່າງ​ສະຫງ່າ​ຜ່າເຜີຍ ແລະ ມີ​ຜົນສຳເລັດ​ອັນ​ໃຫຍ່​ຫຼວງ ຫຼາຍ​ດ້ານ ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ເປັນ​ການ​ໂຄສະນາ​ປຸກລະດົມ​ສ້າງ​ຂະ​ບວນ​ການ ໃນ​ບັນ ດາ​ກ້ອນ​ກຳລັງ​ສວນສະໜາມ ພ້ອມ​ກັນ​ບຸກ​ບືນ​ສູ້​ຊົນ​ຈັດ​ຕັ້ງ​ປະ ຕິບັດ​ບັນດາ​ເນື້ອ​ໃນ​ການ​ຫັດ ​ແອບ, ການຈັດຕັ້ງ​ປະຕິບັດ​ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ສະໜາມ​ຫັດ​ແອບ, ຂໍ້​ກຳນົດຂອງ​ກອງທັບ, ປະຕິບັດ​ກົດໝາຍ​ຂອງ​ລັດ​ຢ່າງ​ເຂັ້ມ ​ງວດ, ຮັບປະກັນ​ເຮັດ​ໃຫ້ການ​ເດີນສວນສະໜາມ​ໂອກາດສະເຫຼີມສະຫຼອງ ວັນ​ສະ ຖາປະນາ ​ສປປ ລາວ ຄົບຮອບ 50 ປີ​ໃນ​ຄັ້ງ​ນີ້ ມີ​ຜົນສຳເລັດ​ຢ່າງ​ຈົບງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ