ທະຫານແຂວງບໍ່ແກ້ວ ມອບເງິນນະໂຍບາຍອຸດໜູນເສຍຊີວິດ
ເວລາອອກຂ່າວ: 2025-10-03 09:02:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 680 | ຄວາມນິຍົມ: ![]()
ພິທີມອບເງິນນະໂຍບາຍອຸດໜູນໃຫ້ຄອບຄົວຜູ້ທີ່ເສຍຊີວິດຂອງນາຍທະຫານຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນທ້າຍເດືອນກັນຍາ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ເຄນ ແກ້ວດາລາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະ ຫານແຂວງບໍ່ແກ້ວ, ມີຄະນະພັກ-
ຄະນະບັນຊາ ພະແນກນະໂຍບາຍ ຫ້ອງການເມືອງ ຕະຫຼອດຮອດ ຄອບຄົວຜູ້ທີ່ເສຍຊີວິດ ເຂົ້າຮ່ວມ.
ໃນນີ້, ມີຄອບຄົວນາຍທະ ຫານ ຜູ້ທີ່ເສຍຊີວິດໄດ້ຮັບເງິນນະໂຍບາຍອຸດໜູນ ຈຳນວນ 2 ສະຫາຍ ລວມເປັນເງິນທັງໝົດ 184.001.677 ກີບ; ສະຫາຍ ພັນໂທ ເຄນ ແກ້ວດາລາ ໄດ້ມີຄຳຄິດເຫັນໂອ້ລົມວ່າ: ການມອບເງິນໃຫ້ ຄອບຄົວນາຍທະຫານຜູ້ທີ່ເສຍຊີວິດໃນຄັ້ງນີ້, ແມ່ນປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍທະຫານທີ່ໄດ້ມີຜົນງານຄຸນງາມຄວາມດີປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕໍ່ກັບຜົນງານຄຸນ
ງາມຄວາມດີດັ່ງກ່າວການຈັດຕັ້ງພັກ-ລັດຂັ້ນເທິງຈຶ່ງໄດ້ປະຕິບັດນະໂຍບາຍຢ່າງຖືກຕ້ອງ ແລະ ສອດຄ່ອງສົມເຫດສົມຜົນ; ພ້ອມທັງ, ຮຽກຮ້ອງໃຫ້ຄອບຄົວ ຂອງນາຍທະຫານຜູ້ທີ່ເສຍຊີວິດ ທີ່ໄດ້ຮັບນະໂຍບາຍຄັ້ງນີ້ ຈົ່ງພ້ອມກັນນຳເງິນຈຳນວນດັ່ງກ່າວໄປໝູນໃຊ້ເຂົ້າໃນການສ້າງສາພັດທະນາເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ, ປະກອບສ່ວນຊຸກຍູ້ຊ່ວຍເຫຼືອເພື່ອເຮັດໃຫ້ວຽກງານ ປກຊ-ປກສ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດກາຍເປັນໜ້າທີ່ຕົ້ນ ຕໍ ແລະ ສຳຄັນຂອງທົ່ວປວງຊົນ, ສືບຕໍ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ມີແນວຄິດການເມືອງໜັກແໜ້ນ, ປະຕິບັດລະບຽບກົດໝາຍຂອງບ້ານເມືອງວາງອອກໃຫ້ເຂັ້ມງວດແນ່ໃສ່ສ້າງສາພັດທະນາເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ມີການພັດທະນາດີຂຶ້ນ.
ໂດຍ: ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















