ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ກອງພັນ 19 ທະຫານ​ແຂວງ​ຜົ້ງ​ສາລີ ເຄົາລົບ​ທຸງ​ປະຈຳ​ເດືອນ​ກັນຍາ 2025
ເວລາອອກຂ່າວ: 2025-10-03 09:00:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 628 | ຄວາມນິຍົມ:



ໃນ​ວັນ​ທີ 29 ກັນຍາ 2025, ຢູ່​ທີ່​ກອງພັນ 19 ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໄດ້​ຈັດ​ພິທີ​ເຄົາລົບ​ທຸງ​ປະຈຳ​ເດືອນ​ກັນຍາ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ແອນ ແສນ​ສາ​ວົງ ຫົວໜ້າ​ການ​ທະຫານ ​ກອງພັນ 19, ມີ​ ສະຫາຍ ພັນ​ໂທ ຈັນ​ໄຊ ຄຳ​ສະຫວັນ ຫົວໜ້າ​ການເມືອງ ກອງພັນ 19, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງ ຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ແອນ ແສນ​ສາ​ວົງ ໄດ້​ສະຫຼຸບ​ຄືນ​ວຽກ​ງານ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ 1 ເດືອນ​ຜ່ານ​ມາ ເປັນຕົ້ນ​ແມ່ນ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ແລະ ວຽກ​ງານ​ປີ່ນ​ອ້ອມ​ຂອງ​ກອງພັນ 19; ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່ຜົນສຳເລັດ​ທີ່​ກົມ​ກອງ​ສ້າງ​ມາ​ໄດ້​ໃນ​ໄລຍະ 4 ເດືອນ​ຜ່ານ​ມາ; ພ້ອມ​ທັງ ເນັ້ນ​ໜັກ​ໃຫ້​ແຕ່​ລະ​ພາກສ່ວນຈົ່ງ​ຕັ້ງໜ້າ​ເອົາໃຈໃສ່​ປະ​ຕີ​ບັດ​ໜ້າທີ່​ໄດ້​ຮັບ​ການ​ມອບ​ໝາຍ, ເປັນຕົ້ນ​ແມ່ນ​ລະບອບ​ປະຈຳການ​ກຽມພ້ອມ​ສູ້​ຮົບ, ການ​ດຳ​ເນິນ​ຊິວິດ​ການເມືອງ​ປະຈຳ​ອາທິດ, ປະຈຳ​ເດືອນ​ການ​ສ່ອງ​ແສງ​ລາຍ​ງານ​ສະພາບ​ເປັນ​ປົກກະຕິ ແລະ ປະ​ຕີ​ບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ວາງ​ອອກ​ໃຫ້​ເຂັມ​ງວດ ຄຽງ​ຄູ່​ກັນ​ນັ້ນ ຕ້ອງ​ໄດ້ ນຳພາ-ຊິ້​ນຳ ບັນດາ​ກົມ​ກອງ​ທົ່ວ​ກອງພັນ 19, ໃນ​ການ​ອົບຮົມ-ຫັດ​ແອບການ​ທະຫານ, ການເມືອງ ແລະ ພະ​ລາ​ທິການ- ເຕັກນິກ. ໂດຍ : ນາງ ຄຳ​ມະ​ນິ ສຸກ​ສີດາ ພາບ : ບຸນ​ຄ້ຳ ໄຊ​ຍະ​ສິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ