ພາກພູມໃຈ ທີ່ໄດ້ປະກອບສ່ວນໃນກ້ອນສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-10-03 08:50:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1319 | ຄວາມນິຍົມ: ![]()
ວັນຊາດ ທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ. ໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ພັກ ແລະ ລັດຖະບານລາວ ຈະໄດ້ຈັດຕັ້ງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ສົມກຽດ.
ສະຫາຍ ຮ້ອຍໂທ ນາງ ມົນລະດີ ມະນີຈັນ ສັງກັດກ້ອນກຳລັງເສນາຮັກເພດຍິງ ໄດ້ກ່າວວ່າ: ໃນນາມຕາງໜ້າໃຫ້ພະນັກງານ-ນັກຮົບ ໃນກ້ອນກຳລັງເສນາຮັກເພດຍິງ ຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ສຸດທີ່ໄດ້ປະກອບສ່ວນເຂົ້າຮ່ວມກ້ອນສວນສະໜາມ ຂອງກຳລັງປ້ອງກັນຊາດ ໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນຄັ້ງນີ້, ເຊິ່ງໄລຍະຜ່ານມາ, ໄດ້ຮ່ວມກັບບັນດາສະຫາຍ ໃນກ້ອນກໍາລັງເສນາຮັກເພດຍິງ ຕັ້ງໜ້າໃນການຫັດແອບເຝິກຊ້ອມສວນສະໜາມ, ກະກຽມຄວາມພ້ອມທາງດ້ານຮ່າງກາຍ, ການຮັກສາສຸຂະພາບໃຫ້ແຂງແຮງ ລວມເຖິງການປະຕິບັດກົດລະບຽບ ຂອງການຫັດແອບເຝິກຊ້ອມ ກໍຄືຂໍ້ກຳນົດ, ກົດລະບຽບຂອງກອງທັບ ເພື່ອຮັບປະກັນໃຫ້ການເຝິກຊ້ອມ ສໍາເລັດຕາມແຜນການ, ເຮັດໃຫ້ກ້ອນສວນສະໜາມມີຄວາມເປັນເອກະພາບ, ເຂັ້ມແຂງ ແລະ ສວຍງາມ ໃນມື້ສະເຫຼີມສະຫຼອງສໍາຄັນດັ່ງກ່າວ. ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີນີ້, ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການນໍາພັກ-ລັດ, ອະດີດການນໍາພັກ-ລັດ ທີ່ໄດ້ນໍາພາການຕໍ່ສູ້ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ມາໃຫ້ປວງຊົນລາວທັງຊາດ, ຂໍອວຍພອນໃຫ້ບັນດາທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມທີ່ສົມບູນ, ສືບຕໍ່ນໍາພາປວງຊົນລາວໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ສີວິໄລ, ຂໍອວຍພອນໃຫ້ຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນໍາພາກອງທັບ ກ້າວຂຶ້ນເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ, ອວຍພອນໄຊອັນປະເສີດມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນສືບຕໍ່ປົກປັກຮັກສາລະບອບໃໝ່ຂອງພວກເຮົາ ໄວ້ໃຫ້ໝັ້ນຄົງ.
ໂດຍ: ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















