ການຫັດແອບສວນສະໜາມ ຂອງກ້ອນກໍາລັງເສນາຮັກເພດຍິງ ມາຮອດປັດຈຸບັນ ປະຕິບັດໄດ້ 40%
ເວລາອອກຂ່າວ: 2025-10-02 15:33:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1496 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ພູວິໄລ ພູນສະຫວັດ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ຄະນະຊີ້ນໍາລວມກ້ອນກຳລັງເສນາຮັກເພດຍິງ ໄດ້ໃຫ້ຮູ້ວ່າ:
ພາຍຫຼັງໄດ້ຮັບຄໍາສັ່ງຈາກຂັ້ນເທິງ ໃຫ້ຈັດຕັ້ງກ້ອນກຳລັງເສນາຮັກເພດຍິງ ເຂົ້າຮ່ວມສວນສະໜາມໃນກ້ອນກຳລັງປ້ອງກັນຊາດ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໄດ້ເຕົ້າໂຮມເອົາຈໍານວນພົນ ຈາກໂຮງໝໍສູນກາງ 103 ກອງທັບ, ວິທະຍາຄານ, ສະຖາບັນ, ໂຮງໝໍບໍລິເວນ, ພະແນກເສນາຮັກ ບັນດາກົມກອງ ທີ່ຢູ່ໃກ້ຄຽງກັບນະຄອນຫຼວງວຽງຈັນຈໍານວນໜຶ່ງ ປະກອບເຂົ້າໃນກ້ອນກໍາລັງ ລວມທັງໝົດມີ 155 ສະຫາຍ. ຈາກນັັ້ນ, ໄດ້ຈັດຕັ້ງຫັດແອບສວນສະໜາມ ເຊິ່ງໄດ້ເລີ່ມປະຕິບັດນັບແຕ່ຕົ້ນເດືອນກັນຍາເປັນຕົ້ນມາ ໃນການຫັດແອບ ມີທັງຂໍ້ສະດວກ ແລະ ດ້ານຫຍຸ້ງຍາກຄື: ຂໍ້ສະດວກ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຕິດແທດຈາກຂັ້ນເທິງ ໂດຍສະເພາະກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ແລະ ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ຊີ້ນໍາຢ່າງແທດເຖິງຕົວຈິງ, ສ່ວນກອງຍິງປືນ 199 ໄດ້ອໍານວຍຄວາມສະດວກ ດ້ານສະຖານທີ່ການຫັດແອບ, ການກິນຢູ່ພັກເຊົາ ແລະ ຈັດສັນຄູ-ອາຈານ ໃສ່ກ້ອນກຳລັງພວກເຮົາ, ຂັ້ນເທິງໄດ້ສະໜອງງົບປະມານໃນການກິນດື່ມ ແລະ ງົບປະມານຊື້ເຄື່ອງອຸປະກອນທີ່ຈໍາເປັນໃນການເຝິກແອບ. ສ່ວນຂໍ້ຫຍຸ້ງຍາກ ກ້ອນກໍາລັງເສນາຮັກເພດຍິງ ມາຈາກຫຼາຍກົມກອງ ບຸກຄະນະລາກອນຈໍານວນໜຶ່ງ ແມ່ນທະຫານໃໝ່, ປະສົບການໃນການຫັດແອບສວນສະໜາມບໍ່ທັນຫຼາຍ ຈຶ່ງເຮັດໃຫ້ການເຝິກຊ້ອມຕ້ອງໄດ້ໃຊ້ເວລາ ແລະ ຄວາມພະຍາມໃນການເຝິກຊ້ອມຫຼາຍກວ່າຜູ້ທີ່ເຄີຍຜ່ານການສວນສະໜາມມາແລ້ວ ເພື່ອໃຫ້ເຂົາເຈົ້າກຳໄດ້ເຕັກນິກພື້ນຖານ ຂອງການເດີນສວນສະໜາມ, ອີກດ້ານໜຶ່ງ ສະພາບດິນຟ້າອາກາດບໍ່ເອື້ອຍອໍານວຍ ບາງວັນແດດຮ້ອນອົບເອົ້າ, ບາງວັນຝົນຕົກ ເຊິ່ງສົ່ງຜົນກະທົບຕໍ່ສຸຂະພາບຂອງບຸກຄະລາກອນໃນກ້ອນກໍາລັງ ບາງສະຫາຍເມົາແດດເປັນວິນ, ບາງສະຫາຍເຈັບຄໍ, ເຈັບກ້າມເນື້ອ ແລະ ອື່ນໆ ແຕ່ຄະນະຮັບຜິດຊອບ ກໍສາມາດແກ້ໄຂ ແລະ ຮັກສາໄດ້ດ້ານສຸຂະພາບຂອງບຸກຄະລາກອນໃນກ້ອນກຳລັງ. ຜ່ານການຫັດແອບໄລຍະເກືອບ 1 ເດືອນ ໂດຍລວມແລ້ວ ແມ່ນມີຄວາມພໍໃຈໃນຜົນສໍາເລັດ ຂອງການຫັດແອບເຝິກຊ້ອມ ຕີລາຄາຜົນໄດ້ຮັບໃນປັດຈຸບັນເທົ່າ 40% ແຕ່ເຊື່ອໝັ້ນວ່າ ໃນໄລຍະເວລາທີ່ຍັງເຫຼືອ ບັນດາຄູເຝິກ ແລະ ບຸກຄະລາກອນໃນກ້ອນກຳລັງ ຈະພະຍາຍາມເອົາໃຈໃສ່ໃນການຫັດແອບເຝິກຊ້ອມ ເພື່ອຮັບປະກັນໃຫ້ແກ່ການເຂົ້າຮ່ວມເດີນຂະບວນສວນສະໜາມ ໃນພິທີ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີທີ່ຈະມາເຖິງນີ້ ໃຫ້ມີຄວາມເປັນເອກະພາບ, ສວຍງາມ ແລະ ໄດ້ຮັບໝາກຜົນອັນດີເລີດ.
ສະຫາຍ ຮ້ອຍເອກ ພົງຊະນະ ທອງສົມພອນ ຄະນະຮັບຜິດຊອບຄູເຝິກສອນສະໜາມກ້ອນກໍາລັງເສນາຮັກເພດຍິງ ໄດ້ກ່າວວ່າ: ໂດຍປະຕິບັດຕາມແຜນການກ່ຽວກັບການນໍາກຳລັງເຂົ້າຫັດແອບເຝິກຊ້ອມສວນສະໜາມ ຢູ່ກອງຍິງປືນ 199, ພວກເຮົາໄດ້ນໍາກຳລັງເຂົ້າມາຫັດແອບ ເລີ່ມແຕ່ຕົ້ນເດືອນກັນຍາເປັນຕົ້ນມາ, ໃນການຫັດແອບໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ໄດ້ຈັດຕັ້ງຫັດແອບເຕັກນິກບຸກຄົນຄົງທີ່ ນັບແຕ່ ຊ້າຍຫັນ, ຂວາຫັນ, ຢືນກົງ, ຢືນພັກ, ຂຶ້ນໜ້າ, ຖອຍຫຼັງ, ບຸນຄົນເຄື່ອນທີ່ ນັບແຕ່ຍໍ່າເທົ່າ, ໜ້າເດີນ, ແຖວຢຸດ ກ້າວໄປເຖິງເດີນສວນສະໜາມ. ປັດຈຸບັນພວມດໍາເນີນການຫັດແອບໄລຍະທີ 2 ຫັດແອບການປະສານກ້ອນ, ຫັດແອບເດີນກົງສວນສະໜາມ ແລະ ສືບຕໍ່ປັບປຸງເຕັກນິກຈໍານວນໜຶ່ງທີ່ບໍ່ທັນສອດຄ່ອງໃຫ້ເໝາະສົມ. ສ່ວນໄລຍະທີ 3 ຈະສືບຕໍ່ຫັດແອບປະສານລວບລວມກ້ອນກຳລັງ, ຫັດແອບເດີນກົງສວນສະໜາມ ແລະ ປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງ ເພື່ອໃຫ້ມີຄວາມເປັນເອກະພາບ, ເຂັ້ມແຂງ ແລະ ສວຍງາມ.
ໂດຍ: ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















