ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ຜູ້ບັນຊາການທະຫານອາກາດ ອວຍພອນທີ່ປືກສາທູດປ້ອງກັນຊາດ ແຫ່ງ ສປ ຈີນ
ເວລາອອກຂ່າວ: 2025-10-02 15:26:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1277 | ຄວາມນິຍົມ:



ວັນທີ 1 ຕຸລາ 2025 ນີ້, ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ພັນເອກ ຫຼີປີງ ຫົວໜ້າຫ້ອງການທີ່ປືກສາທູດປ້ອງກັນຊາດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປຈີນ ຄົບຮອບ 76 ປີ (1 ຕຸລາ 1949-1 ຕຸລາ 2025). ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຕາງໜ້າໃຫ້ນາຍ ແລະ ພົນທະຫານ ທົ່ວກອງບັນຊາການທະຫານອາກາດ ໄດ້ນໍາເອົາຄວາມຢ້ຽມຍາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດມາຍັງສະຫາຍທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ແລະ ຝາກຄວາມຢື້ຢາມຖາມ-ຂ່າວໄປຍັງອົງການພັກ-ລັດຖະບານ ແລະ ກະຊວງປ້ອງກັນຊາດ ແລະ ກ່າວສະແດງຍ້ອງຍໍຊົມເຊີຍການເຕີບໃຫຍ່ຂະຫຍາຍຕົວທາງເສດຖະກິດ ແລະ ທາງດ້ານການທະຫານ ຄວາມໜັ້ນຄົງແຕ່ອາດິດເຖິງປະຈຸບັນ. ຕະຫຼອດໄລຍະ 76 ປີຜ່ານມາ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກຄອມມູນນິດຈີນໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ກ້າວກະໂດດທາງດ້ານເສດຖະກິດຢ່າງວອງໄວນັບມືກ່າວສູ່ຄວາມທັນສະໄໝໃນເວທີສາກົນ ແລະ ພາກພື້ນ, ພ້ອມດຽວກັນນັ້ນຍັງໄດ້ຍົກໃຫ້ເຫັນສາຍພົວພັນການທູດອັນມີມູນເຊື້ອອັນດີງາມລະຫວ່າງສອງຊາດ-ສອງກອງທັບ ລາວ-ຈີນ ນັບມືກ່າວສູ່ລວງເລີກ ແລະ ໝັ້ນຄົງທະນົງແກ່ນໂດຍສະເພາະແມ່ນກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ແລະ ກອງທັບທະຫານອາກາດ ສປ ຈີນ, ໄປຄຽງຄູ່ກັນນັ້ນຍັງໃຫ້ການຊ່ວຍເຫຼືອທາງດ້ານໂຄງການອາຄານ, ດ້ານການທະຫານ ແລະ ດ້ານການສຶກສາໃຫ້ແກ່ນາຍ ແລະ ພົນທະຫານໄດ້ຫຼາກຫຼາຍເພື່ອມາປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ສະຫາຍ ພັນເອກ ຫຼີ ປີງ ໄດ້ກ່າວຄໍາ ຂອບໃຈຕໍ່ຜູ້ບັນຊາການທະຫານອາກາດທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັບຮົບ ມາອວຍພອນວັນຊາດແຫ່ງ ສປ ຈີນ ຄົບຮອບ 76 ປີ ແລະ ພ້ອມທັງຕີລາຄາສູງການປະຕິບັດໜ້າທີ່ການພົວພັນຮ່ວມມືສອງຊາດ ຈີນ-ລາວ ມີຜົນສໍາເລັດ. ໃນຄະນະດຽວກັນນັ້ນ, ສະຫາຍ ພັນເອກ ບຸນເລີດ ອຸດທະຈັກ ຮອງກອງບັນຊາການທະຫານອາກາດ ຫົວໜ້າຫ້ອງອົບຮົມການບິນ ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນຄະນະສ່ຽວຊານ ທະຫານອາກາດ ສປ ຈີນ ເນື່ອງໃນ ໂອກາດວັນຊາດ ສປ ຈີນ ຄົບຮອບ 76 ປີ. ນັກຂ່າວ: ທະຫານອາກາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ