ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ຄະນະບັນຊາ ກອງພັນໃຫຍ່ 11 ອວຍພອນວັນຄູແຫ່ງຊາດ ວຕກ
ເວລາອອກຂ່າວ: 2025-10-02 14:47:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1729 | ຄວາມນິຍົມ:



ວັນທີ 2 ຕຸລາ 2025 ນີ້, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 11 ເຊິ່ງນຳໂດຍສະຫາຍ ພັນໂທ ບົວລອງ ສອນປັນຍາໄລ ຫົວໜ້າພະແນກພະລາທິການ ກອງພັນໃຫຍ່ 11 ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນຄະນະພັກ-ຄະນະອໍານວຍການ ວິທະຍາຄານເຕັກນິກການທະຫານ (ວຕກ) ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ແສງຍືນລັດສະໝີ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ ພ້ອມຄະນະພັກ-ຄະນະອຳນວຍການ, ພະນັກງານຄູອາຈານ, ຕາງໜ້າອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ. ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ໝູນວຽນມາອີກວາລະໜຶ່ງ. ສະຫາຍ ພັນໂທ ບົວລອງ ສອນປັນຍາໄລ ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 11 ອວຍພອນໃຫ້ ຄະນະພັກ-ຄະນະອໍານວຍການ, ພະນັກງານ ຄູອາຈານ ຕະຫຼອດຮອດນັກສຶກສາຢູ່ ວິທະຍາຄານເຕັກນິກການທະຫານ ຈົ່ງມີພະລານາໄມສົມບູນ, ມີຄວາມກ້າວໜ້າທາງດ້ານໜ້າທີ່ວຽກງານ,ປະສົບຜົນສໍາເລັດໃນໜ້າທີ່ການເມືອງຂອງຕົນຢ່າງຈົບງາມ. ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະອໍານວຍການ ສະແດງຄວາມຂອບໃຈມາຍັງຄະນະບັນຊາ ກອງພັນໃຫຍ່ 11 ທີ່ເຫັນໄດ້ຄວາມໝາຍສໍາຄັນຂອງວັນຄູແຫ່ງຊາດ ເວົ້າລວມເວົ້າສະເພາະແມ່ນ ເຫັນໄດ້ຄວາມສຳຄັນຂອງການທຸ່ມເທເຫື່ອແຮງເຂົ້າໃນວຽກງານສິດສອນຂອງຄະນະນຳທຸກຂັ້ນ ກໍ່ຄືພະນັກງານຄູອາຈານ ຢູ່ ວຕກ ແລະ ພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອທາງດ້ານການກໍ່ສ້າງຊັບພະຍາກອນມະນຸດກໍຄືອົບຮົມນາຍທະຫານເຕັກນິກ ເພື່ອຮັດແໜ້ນຄວາມສາມັກຄີທັງສອງກົມກອງໃຫ້ໝັ້ນຄົງຕະຫຼອດໄປ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ