ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ຄະນະນຳ ວຕກ ອວຍພອນວັນຄູແຫ່ງຊາດ ຄະນະບໍດີ ຄວສ
ເວລາອອກຂ່າວ: 2025-10-02 14:43:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1423 | ຄວາມນິຍົມ:



ວັນທີ 1 ຕຸລາ 2025 ນີ້, ຄະນະນໍາ ວິທະຍາຄານເຕັກນິກການທະຫານ (ວຕກ) ນໍາໂດຍສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ ພ້ອມຄະນະໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະບໍດີ ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ (ຄວສ) ຕ້ອນຮັບໂດຍ ທ່ານ ຮສ ປອ ສຸລິພັນ ກັນນິຖານ ຄະນະບໍດີ ຄວສ ພ້ອມຄະນະ. ເນື່ອງໃນໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ໝູນວຽນມາອີກວາລະໜຶ່ງ. ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ໄດ້ຕາງໃຫ້ຄະນະພັກ-ຄະນະອຳນວຍການ ວຕກ ອວຍພອນໃຫ້ແດ່ ທ່ານ ຄະນະບໍດີ ຄວສ ພ້ອມຄະນະ ຕະຫຼອດຮອດພະນັກງານຄູອາຈານ ແລະ ນັກສຶກສາທຸກຄົນ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ເປັນແມ່ພິມຂອງຊາດທີ່ກ້າແກ່ນຕະຫຼອດໄປ ແລະ ອວຍພອນໃຫ້ສາຍພົວພັນຮ່ວມມື ທັງສອງສະຖາການສຶກສາ (ວຕກ-ຄວສ) ຈົ່ງເຕີບໃຫຍ່ຂຶ້ນໄປເລື້ອຍໆ. ທ່ານ ຮສ ປອ ສຸລິພັນ ກັນນິຖາ ໄດ້ສະແດງຄວາມຂອບໃຈມາຍັງຄະນະນຳ ວຕກ ທີ່ມາອວຍພອນຄັ້ງນີ້ ແລະ ເຫັນໄດ້ຄວາມສຳຄັນຂອງວັນຄູແຫ່ງຊາດ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ການຊ່ວຍເຫຼືອ, ແລກປ່ຽນ ແລະ ຮ່ວມມືທາງດ້ານການພັດທະນາບຸກຄະລາກອນຂອງກອງທັບ ໂດຍສະເພາະແມ່ນທາງດ້ານວິຊາການເຕັກນິກໃຫ້ເຕີບໃຫຍ່ເຂັ້ມແຂງ ດັ່ງຄຳເວົ້າທີ່ວ່າ "ພ້ອມກັນສ້າງນັກຮົບ ຄວາມສະຫງົບຈຶ່ງເກີດ" ອີກຢ່າງໜຶ່ງກໍ່ຄືມີສ່ວນຮ່ວມໃນວຽກງານການປົກປັກຮັກສາເຂດນ້ຳແດນດິນຂອງຊາດໃຫ້ໝັ້ນຄົງຕະຫລອດໄປ. ຫຼັງຈາກອວຍພອນແລ້ວ ຄະນະນຳ ຄວສ ຍັງໄດ້ນຳພາ ສະຫາຍຫົວໜ້າການທະຫານ ວຕກ ພ້ອມຄະນະ ຢ້ຽມຊົມຫ້ອງທົດລອງຕ່າງຕື່ມອີກ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ