ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດຊຸດອົບຮົມວຽກງານຄຸ້ມຄອງ - ບໍລິຫານທຸລະກິດ ຊຸດທີ II ໃຫ້ພະນັກງານຂະແໜງການອຸດສາຫະກຳປ້ອງກັນຊາດ
ເວລາອອກຂ່າວ: 2019-08-20 07:56:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ໃນວັນທີ 16 ສິງຫາ 2019 ນີ້, ກົມອຸດສາຫະກຳປ້ອງກັນຊາດ ໄດ້ຈັດຕັ້ງພິທີປິດຊຸດເຝິກອົບຮົມ ວຽກງານຄຸ້ມຄອງ-ບໍລິຫານທຸລະ ກິດ ຊຸດທີ II, ໃຫ້ພະນັກງານຫຼັກ ແຫຼ່ງຂະແໜງການອຸດສາຫະກຳ ປ້ອງກັນຊາດ ປະຈຳປີ 2019, ໂດຍການເປັນປະທານຂອງສະ ຫາຍ ພັນເອກ ນິກອນ ແກ້ວພັນໄຕ ຫົວໜ້າກົມອຸດສາຫະກຳປ້ອງ ກັນຊາດ, ມີສະຫາຍ ເພັດສະໝອນ ພົມມະວົງ ວ່າການຄະນະບໍດີຄະ ນະເສດຖະສາດ ແລະ ບໍລິຫານ ທຸລະກິດມະຫາວິທະຍາໄລແຫ່ງ ຊາດ, ສະຫາຍ ອຈ ປອ ທອງສະ ຫວັນ ນາຄາວິດ ຫົວໜ້າພາກວິ ຊາບໍລິຫານທຸລະກິດຂອງຄະນະ ເສດຖະສາດ ແລະ ບໍລິຫານທຸລະ ກິດ, ມີຄະນະກົມ, ຮອງຫ້ອງ, ຄູ- ອາຈານ ຕະຫຼອດຮອດນັກເຝິກ ອົບຮົມເຂົ້າຮ່ວມ. ໃນພິທີ ສະຫາຍ ອຈ ປອ ທອງ ສະຫວັນ ນາຄາວິດ ໄດ້ຂຶ້ນສະຫຼຸບຜົນສຳເລັດໃນການເຝິກອົບຮົມ, ໂດຍຍົກໃຫ້ເຫັນເຖິງພາລະບົດບາດການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ຫຼັກແຫຼ່ງໃນຖັນແຖວກອງທັບ ເວົ້າລວມ, ເວົ້າສະເພາະແມ່ນໃນທົ່ວອົງການກົມໃຫຍ່ເຕັກນິກກອງ ທັບ, ໃນບັ້ນເຝິກອົບຮົມຄັ້ງນີ້ຄູ-ອາຈານທຸກສະຫາຍ ແລະ ນັກ ເຝິກອົບຮົມມີຄວາມເອົາໃຈໃສ່ ສູງໃນການໃຫ້ຄວາມຮ່ວມມືສະ ແດງອອກໃນການເຝິກອົບຮົມ ມີການແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ, ການເຝິກອົບຮົມຄັ້ງນີ້ກໍເພື່ອເປັນການສົ່ງເສີມການພັດ ທະນາຫົວໜ່ວຍເສດຖະກິດ, ການ ສ້າງຄວາມຮ່ວມມືກັບຫົວໜ່ວຍທຸ ລະກິດໃຫ້ແໜ້ນແຟ້ນ, ພະນັກງານ ທີ່ເຂົ້າຮ່ວມເຝິກອົບຮົມມີຄວາມ ຕັ້ງໃຈເຮັດໃຫ້ການເຝິກອົບຮົມມີ ບັນຍາກາດຟົດຟື້ນ, ຮັບປະກັນໄດ້ ທາງດ້ານປະລິມານ ແລະ ຄຸນ ນະພາບ. ໃນຕອນທ້ານພິທີ ສະຫາຍປະ ທານໄດ້ໃຫ້ກຽດໂອ້ລົມ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາຜົນສຳເລັດທີ່ຍາດມາ ໄດ້, ມັນເປັນການອົດທົນຜ່ານຜ່າ ແລະ ຄວາມເອົາໃຈໃສ່ໃນການ ເຝິກຝົນຫຼໍ່ຫຼອມຕົນເອງເພື່ອໃຫ້ ກາຍເປັນພະນັກງານຜູ້ທີ່ກ້າວ ໜ້າ, ການເຝິກອົບຮົມຄັ້ງນີ້ກໍເພື່ອ ແນໃສ່ເຮັດໃຫ້ພະນັກງານ-ນັກ ຮົບ ຮັບຮູ້ ແລະ ເຂົ້າໃຈເຖິງການບໍລິ ການວຽກງານຄຸ້ມຄອງ-ບໍລິຫານ ທຸລະກິດ ເພື່ອໄປນຳໃຊ້ເຂົ້າໃນຂົງ ເຂດວຽກງານວິຊາສະເພາະຂອງ ຕົນໃຫ້ມີຜົນສຳເລັດດີຂຶ້ນກວ່າ ເກົ່າ, ພ້ອມທັງຮຽກຮ້ອງໃຫ້ພະ ນັກງານຫຼັກແຫຼ່ງຂະແໜງການ ອຸດສາຫະກຳປ້ອງກັນຊາດຈົ່ງ ພ້ອມກັນເປັນເຈົ້າການເຝິກຝົນ ຫຼໍ່ຫຼອມຕົນເອງ, ເອົາໃຈໃສ່ນຳ ເອົາຄວາມຮູ້ທີ່ຄູ-ອາຈານຖ່າຍ ທອດໃຫ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂະແໜງການວຽກງານວິຊາສະເພາະຂອງຕົນ, ເພື່ອເຮັດ ສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້ສໍາເລັດຜົນ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ