ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການຈັດຕັ້ງບັນຊາ ແລະ ຮັບຮອງຄະນະພັກສະໄໝທີ VII ຂອງອົງຄະນະພັກໂຮງຮຽນກໍ່ສ້າງນາຍສິບເລກ 1
ເວລາອອກຂ່າວ: 2019-08-19 09:20:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ພິທີປະກາດການຈັດຕັ້ງບັນ ຊາ ແລະ ຮັບຮອງຄະນະພັກສະ ໄໝທີ VII ຂອງອົງຄະນະພັກໂຮງ ຮຽນກໍ່ສ້າງນາຍສິບເລກ 1 ໄດ້ ຈັດຂຶ້ນໃນວັນທີ 13 ສິງຫານີ້ ຢູ່ທີ່ສະໂມສອນຂອງໂຮງຮຽນ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳ ມະການຄະນະພັກກະຊວງປ້ອງ ກັນປະເທດ, ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີຄະ ນະພັກ-ຄະນະອຳນວຍການໂຮງ ຮຽນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະ ນັກງານ ກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນອ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3276/ກປທ ລົງ ວັນທີ 8/8/2019 ວ່າດ້ວຍການ ອະນຸຍາດໃຫ້ນາຍທະຫານຢູ່ໂຮງ ຮຽນກໍ່ສ້າງນາຍສິບເລກ 1 ພັກ ການເພື່ອກຽມຮັບເບ້ຍບຳນານ ໃຫ້ສະຫາຍ ພັນເອກ ດວງດີ ວິ ໄລສອນ ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນ ພັກການເພື່ອກຽມຮັບເບ້ຍບຳ ນານ. ຈາກນັ້ນ ສະຫາຍ ພັນໂທ ຈັນທາ ບຸນນະວົງ ຕາງໜ້າກົມ ຈັດຕັ້ງພັກ ກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນອ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນ ປະເທດ ເລກທີ 3024/ຄພກປທ ລົງວັນທີ 15/7/2019 ວ່າດ້ວຍ ການຮັບຮອງຄະນະພັກໂຮງ ຮຽນກໍ່ສ້າງນາຍສິບເລກ 1 ສະ ໄໝທີ VII ແລະ ແຕ່ງຕັ້ງຍົກຍ້າຍ ນາຍທະຫານ ອີງຕາມກົດລະ ບຽບຂອງພັກປະຊາຊົນປະຕິວັດ ລາວ ສະໄໝທີ X ໝວດທີ 5 ມາດຕາທີ 25 ວ່າດ້ວຍສະໄໝ ຂອງກອງປະຊຸມໃຫຍ່ຜູ້ແທນ ຫຼື ກອງປະຊຸມໃຫຍ່ສະມາຊິກພັກ ແຕ່ງຕັ້ງຫົວໜ້າການທະຫານ ໂຮງຮຽນ ແລະ ຄະນະຫ້ອງ ທີ່ ຂຶ້ນກັບໂຮງຮຽນ, ໃນນີ້ແຕ່ງຕັ້ງ ສະຫາຍ ພັນໂທ ບົວວັນ ພົມມະ ເພັງ ຂຶ້ນເປັນຮອງເລຂາຄະນະ ພັກ, ທັງເປັນຫົວໜ້າການທະ ຫານໂຮງຮຽນ, ສະຫາຍ ພັນໂທ ບຸນທັນ ແຕງອ່ອນສີ ເປັນຫົວໜ້າ ຫ້ອງອົບຮົມ, ສະຫາຍ ພັນໂທ ຄຳໄມ ບຸນລ້ອມ ເປັນຫົວໜ້າ ຫ້ອງການໂຮງຮຽນ, ສະຫາຍ ພັນໂທ ອານຸສອນ ທົງສະຫວັນ ຂຶ້ນເປັນຮອງຫົວໜ້າຫ້ອງອົບ ຮົມ. ໂອກາດດັ່ງກ່າວ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ ສະແດງຄວາມຂອບໃຈນຳ ສະ ຫາຍ ພັນເອກ ດວງດີ ວິໄລສອນ ທີ່ໄດ້ຮັບນະໂຍບາຍພັກຜ່ອນຮັບ ບຳນານໄດ້ອຸທິດສະຕິປັນຍາ ເຫື່ອແຮງເຂົ້າໃນການຊີ້ນຳ-ນຳ ພາປັບປຸງກໍ່ສ້າງໂຮງຮຽນມີຫຼາຍ ດ້ານທີ່ພົ້ນເດັ່ນໄລຍະຜ່ານມາ ພ້ອມທັງກ່າວອວຍພອນໃຫ້ສະ ຫາຍຈົ່ງມີແຕ່ຄວາມຜາສຸກໃນຊີ ວິດສ່ວນຕົວຄອບຄົວ ແລະ ເນັ້ນ ໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນ ຄັ້ງນີ້ ເຊິ່ງມັນແມ່ນຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກ ງານໃນໄລຍະໃໝ່ ແລະ ເປັນ ການມອບໝາຍໜ້າທີ່ອັນສຳຄັນ ຂອງຄະນະນຳກະຊວງປ້ອງກັນ ປະເທດທີ່ໃຫ້ຄວາມໄວ້ເນື້ອເຊື່ອ ໝັ້ນ. ສະນັ້ນ, ຕ້ອງໄດ້ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນ, ເພີ່ມທະວີເອົາໃຈ ໃສ່ຈັດຕັ້ງຊີ້ນຳ-ນຳພາບັນຊາກົມ ກອງຢ່າງຕັ້ງໜ້າສຸມທຸກສະຕິປັນ ຍາເຫື່ອແຮງເຂົ້າໃນໜ້າທີ່ການ ເມືອງປັບປຸງແບບແຜນວິທີເຮັດ ວຽກບົນພື້ນຖານເຄົາລົບຫຼັກ ການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະແບ່ງໃຫ້ ບຸກຄົນຮັບຜິດຊອບ, ກ້າຄິດ, ກ້າ ເຮັດ ແລະ ກ້າຮັບຜິດຊອບ. ຖືເອົາ ວຽກງານສຶກສາອົບຮົມການ ເມືອງ-ແນວຄິດເປັນສຳຄັນ ແລະ ເອົາໃຈໃສ່ຫັນລົງກໍ່ສ້າງຮາກ ຖານການເມືອງຂອບເຂດກົມ ກອງຮັບຜິດຊອບ ແລະ ກໍ່ສ້າງ ພັກ-ພະນັກງານໃຫ້ຖືກຕ້ອງ ຕາມທິດນຳຂອງຂັ້ນເທິງຢ່າງ ຮອບດ້ານ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ