ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຕ່ຕັ້ງຮອງຫົວໜ້າກົມກໍ່ສ້າງຮາກຖານ ແລະ ຫ້ອງການຊາວໜຸ່ມ ກປທ
ເວລາອອກຂ່າວ: 2019-08-19 09:18:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ພິທີປະກາດແຕ່ງຕັ້ງຮອງ ຫົວໜ້າກົມກໍ່ສ້າງຮາກຖານ ແລະ ຮອງຫົວໜ້າຫ້ອງການຊາວໜຸ່ມ ກະຊວງປ້ອງກັນປະເທດ ໄດ້ຈັດ ຂຶ້ນໃນວັນທີ 15 ສິງຫາ 2019 ນີ້, ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພົນຈັດຕະວາ ຜາລົມ ລິນ ທອງ ກໍາມະການຄະນະພັກກະ ຊວງປ້ອງກັນປະເທດ, ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກົມໃຫຍ່ການເມືອງ, ຮອງກົມ, ຄະນະພັກ-ຄະນະບັນ ຊາຈາກກົມກອງອ້ອມ ກມທ ເຂົ້າ ຮ່ວມ. ສະຫາຍ ພັນໂທ ຖາວອນ ສີ ຫາລາດ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ການເມືອງກອງ ທັບ ໄດ້ຜ່ານຂໍ້ຕົກລົງກະຊວງ ປ້ອງກັນປະເທດ ເລກທີ 2394/ກປທ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າ ທີ່ໃໝ່ຢູ່ກົມກໍ່ສ້າງຮາກຖານກົມ ໃຫຍ່ການເມືອງກອງທັບ, ກະ ຊວງປ້ອງກັນປະເທດໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ສຸບິນ ທໍ ເປັນ ຮອງຫົວໜ້າກົມກໍ່ສ້າງຮາກຖານ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ສຸວັນນີ ດວງປະເສີດ ເປັນຮອງ ຫົວໜ້າຫ້ອງການຊາວໜຸ່ມກະ ຊວງປ້ອງກັນປະເທດ. ການປະກາດແຕ່ງຕັ້ງໃນຄັ້ງ ນີ້ຖືເປັນການປະຕິບັດຕາມທິດ ທາງກ່ຽວກັບການປັບປຸງບູລະ ນະກົງຈັກການຈັດຕັ້ງນໍາພາ-ບັນ ຊາໃນກໍາລັງປະກອບອາວຸດ ກໍຄື ໃນກົມໃຫຍ່ການເມືອງກອງທັບ ໃຫ້ນັບມື້ເຂັ້ມແຂງໜັກແໜ້ນໃນ ຮອບດ້ານເພື່ອນໍາພາກົມກອງ ເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດໃນໄລຍະ ໃໝ່ ກໍຄືໜ້າທີ່ການເມືອງຂອງ ກົມກອງທີ່ໄດ້ຮັບມອບໝາຍ ໃຫ້. ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ກໍໄດ້ມີຄໍາເຫັນຊີ້ນໍາຫຼາຍ ບັນຫາສໍາຄັນໂດຍຊີ້ໃຫ້ເຫັນວ່າ: ການປັບປຸງບູລະນະການຈັດຕັ້ງ ເທື່ອນີ້ແມ່ນຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ໄລຍະໃໝ່ຂອງກົມກອງ, ສະນັ້ນ ສໍາລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ຕ້ອງສືບຕໍ່ຍົກສູງ ຄວາມຮັບຜິດຊອບການເມືອງ ຂອງຕົນໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃຫ້ສູງຂຶ້ນຕື່ມອີກ ກ້າວໜຶ່ງ, ຕ້ອງເປັນແບບຢ່າງທີ່ ດີໃນການເຄື່ອນໄຫວເຮັດໜ້າທີ່ ວຽກງານ ແລະ ການດໍາລົງຊີວິດ ທີ່ປອດໃສ ຂາວສະອາດ, ພ້ອມ ກັນເສີມຂະຫຍາຍຄວາມສາມັກຄີ ພາຍໃນໝູ່ຄະນະໃຫ້ເລິກເຊິ່ງ ມີແບບແຜນວິທີເຮັດວຽກນໍາພາ ໃຫ້ລະອຽດ ແລະ ພ້ອມກັນສືບຕໍ່ນໍາພາກົມກອງເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍໝາກຜົນອັນດີ. ໂດຍ: ສົມພອນ ສີສຸມັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ